ເມືອງປາກອູສອບເສັງນັກຮຽນເກັ່ງ

  ເມື່ອບໍ່ດົນມານີ້ຫ້ອງການສຶກສາທິການ ແລະກີລາເມືອງປາກອູ ແຂວງຫຼວງພະບາງໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາທົ່ວເມືອງປາກອູປະຈໍາປີ 2020-2021 ທີ່ສະໂມສອນໃຫຍ່ຂອງເມືອງໂດຍການເປັນປະທານຂອງ ທ່ານ ຫົງອໍານາດ ບຸນແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງປາກອູ, ມີຄະນະກໍາມະການຂັ້ນເມືອງ, ຄະນະຮັບຜິດຊອບຫ້ອງສອບເສັງຂັ້ນເມືອງ, ຄູ-ອາຈານ, ນັກສອບເສັງເຂົ້າຮ່ວມ.

  ທ່ານ ທອງເພັດ ອຸປະເສີດຫົວໜ້າໜ່ວຍງານການສຶກສາພາກບັງຄັບຫ້ອງການສຶກສາທິການ ແລະກີລາ ເມືອງປາກອູໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງປາກອູວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສອບເສັງຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາທົ່ວເມືອງປາກອູປະຈໍາສົກຮຽນ 20 20-2021 ພ້ອມຜ່ານກົດລະບຽບຂອງການສອບເສັງ, ຈາກນັ້ນປະທານກໍ່ໄດ້ເປີດຊອງຫົວຂໍ້ສອບເສັງໂດຍຊ້ອງໜ້າຄະນະກໍາມະການສອບເສັງຂັ້ນເມືອງ ແລະຜູ້ເຂົ້າຮ່ວມ.

  ການສອບເສັງຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາທົ່ວເມືອງມີນັກສອບເສັງທັງໝົດ 64 ຄົນ, ຍິງ 34 ຄົນ, ມີ 11 ວິຊາໃນນັ້ນຊັ້ນປະຖົມສຶກສາປີທີ 5 ມີ 3 ວິຊາຄື: ວິຊາພາສາລາວ, ຄະນິດສາດ ແລະວິຊາໂລກອອ້ມຕົວມີນັກສອບເສັງ 24 ຄົນ, ຍິງ 13 ຄົນ, ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ມີ 4 ວິຊາຄື: ວິຊາພາສາລາວວັນນະຄະດີ, ຄະນິດສາດ, ເຄມີສາດ ແລະວິຊາຟິຊິກສາດ, ມີນັກສອບເສັງ 28 ຄົນ, ຍິງ 14 ຄົນ, ຊັ້ນມັດທະຍົມສຶກສາຕອນປາຍ ມ7 ມີວິຊາພາສາລາວວັນນະ ຄະດີ, ຄະນິດສາດ, ຟິຊິກສາດ ແລະວິຊາເຄມີສາດ, ມີນັກສອບເສັງ 12 ຄົນ, ຍິງ 7 ຄົນ.

  ຜົນການສອບເສັງນັກຮຽນເກັ່ງ ປ5 ທີ 1 ມີ 3 ຄົນ, ຍິງ 2 ນ້ອງ, ທີ 2 ມີ 3 ຄົນ, ຍິງ 3 ຄົນ, ມ4 ທີ 1 ມີ 4 ຄົນ, ຍິງ 1 ຄົນ, ທີ 2 ມີ 4 ຄົນ, ຍິງ 3 ຄົນ, ມ7 ທີ 1 ມີ 4 ຄົນ, ຍິງ 1 ຄົນ, ທີ 2 ມີ 4 ຄົນ, ຍິງ 2 ຄົນ, ຈາກນັ້ນກໍ່ໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໃຫ້ຄູສອນຈໍານວນ 11 ໃບ ແລະນັກຮຽນອັນດັບທີ 1 ຈໍານວນ 11 ໃບ ແລະມອບຂອງຂວັນໃຫ້ນ້ອງນັກຮຽນທີ່ສອບເສັງໄດ້ທີ 1-3 ຕາມລໍາດັບ.