ສຳເລັດກອງປະຊຸມ ກໍາມະບານສຶກສາເມືອງທ່າປາງທອງ

 ວັນທີ 8 ທັນວາ 2020 ກຳມະບານຮາກຖານຫ້ອງການສຶກສາທິການ ແລະກີລາເມືອງທ່າປາງທອງໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ III ໂດຍການເປັນປະທານຂອງທ່ານ ສິງ ສິດທິເດດ ປະທານຄະນະບໍລິຫານງານກຳມະບານຮາກຖານສຶກສາທິການ ແລະກີລາເມືອງ,ທ່ານ ບຸນລ້ອມ ເກດຕະວົງ ປະທານຄະນະບໍລິຫານງານສະຫະພັນກຳ ມະບານເມືອງ, ມີບັນດາສະຫາຍຄະນະຮາກຖານ, ແຂກ, ແລະສະມາຊິກກຳມະບານພາຍໃນຮາກຖານສຶກສາທິການ ແລະກີລາເຂົ້າຮ່ວມ.

   ກອງປະຊຸມໄດ້ຜ່ານບົດລາຍງານຜົນງານຕະຫຼອດໄລຍະຜ່ານມາວ່າ: ຄະນະກໍາມະບານຮາກຖານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກ ງານ, ສະມາຊິກກໍາມະບານເພື່ອເຊື່ອມຊຶມກໍາແໜ້ນແນວທາງ, ນະໂຍບາຍຂອງພັກ, ຂໍ້ກໍານົດ, ລະບຽບກົດໝາຍ ແລະແຈ້ງການຕ່າງໆ, ນອກຈາກນໍາເອົາແນວທາງ, ມະຕິຄໍາສັ່ງຂໍ້ກໍານົດຂອງພັກ, ບັນດາດໍາລັດ ແລະລະບຽບການຕ່າງໆຂອງລັດກໍ່ຄືບັນດາລະບຽບຂອງກໍາມະບານຕິດພັນກັບການຮ່ວມຊີວິດປະຈໍາເດືອນຂອງໜ່ວຍໂດຍຍາດແຍ່ງເອົາເວລານັ້ນເປັນການເຜີຍແຜ່ວຽກງານກໍາມະບານໃຫ້ສະມາຊິກໄດ້ຮັບຮູ້ ແລະເຊື່ອມຊຶມ, ພ້ອມນັ້ນກໍ່ໄດ້ຜ່ານບົດສະຫຼຸບເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳ 3 ປີ 2017-20 19 ແລະທິດທາງແຜນການ 5 ເປັນ ເຈົ້າປະຈໍາ 5 ປີ 2020-2024 ຂອງກໍາມະບານຮາກຖານ, ໃນກອງປະຊຸມກໍ່ຍັງໄດ້ຜ່ານມະຕິຕົກລົງຂອງປະທານກຳມະບານແຂວງສະບັບເລກທີ 150/ກສຂ ລົງວັນທີ 14 ກຸມພາ 2020 ວ່າດ້ວຍການຊົມເຊີຍບຸກຄົນທີມີຜົນງານກີລາດີເດັ່ນໃນການຈັດຕັ້ງເນື້ອໃນ 5 ເປັນເຈົ້າຂອງກຳມະບານຮາກຖານທີ່ຂຶ້ນກັບເມືອງທ່າປາງທອງ, ມະຕິຕົກລົງຂອງປະທານກຳມະບານແຂວງເລກທີ 148/ກສຂ ລົງວັນທີ 14 ກຸມພາ 2020 ວ່າດ້ວຍຍ້ອງຍໍບຸກຄົນທີມີຜົນງານດີເດັ່ນໃນການຈັດຕັ້ງເນື້ອໃນ 5 ເປັນເຈົ້າຂອງກຳມະບານຮາກຖານທີ່ຂຶ້ນກັບເມືອງທ່າປາງທອງ ແລະ ຜ່ານມະຕິຕົກລົງຂອງປະທານສະຫະ ພັນກຳມະບານແຂວງເລກທີ 149/ ສກຂ ລົງວັນທີ 14 ກຸມພາ 2020 ວ່າດ້ວຍການຮັບຮອງເອົາກຳມະບານຮາກຖານທີ່ຂຶ້ນກັບສະຫະພັນກຳມະບານເມືອງທ່າປາງທອງ ເປັນສະຫະພັນກຳມະບານ 5 ເປັນເຈົ້າປະຈໍາປີ 2020, ແລະມະຕິຕົກລົງຂອງປະທານສະຫະພັນກໍາມະບານເມືອງ ເລກທີ 1 /ສກຂ ລົງວັນທີ 27 ມີຖຸນາ 2020 ວ່າດ້ວຍການຢັ້ງຢືນເອົາກຳມະບານຮາກຖານ 5 ເປັນເຈົ້າປະຈຳປີ 2020, ພ້ອມກັນນີກໍ່ໄດ້ມອບໃບຍ້ອງຍໍ, ໃບສັນລະເສີນ ແລະມອບໃບຮັບຮອງ, ໃບຍັ້ງຢືນນຳອີກດ້ວຍ.

 ກອງປະຊຸມຄັ້ງນີ້ຍັງໄດ້ຕົກລົງເຫັນດີເປັນເອກະພາບກັນເລືອກເອົາທ່ານ ສິງ ສິດທິເດດ ເປັນປະທານກຳມະບານຮາກຖານສຶກສາທິການ ແລະກິລາເມືອງຊຸດໃໝ່,ທ່ານ ຈັງ ໄຊຍະເສີນ ແລະທ່ານ ນາງ ຄູນສົມຄິດ ສິງພວງເພັດ ເປັນຮອງ, ພ້ອມນີ້ກໍໄດ້ເລືອກເອົາ ທ່ານ ນາງ ຄູນສົມຄິດ ສິງພວງເພັດເປັນປະທານກວດກາ, ທ່ານ ຄຳປ້ອງ ພັນທະວົງສາ ແລະທ່ານ ນາງ ພູວັນນະສີ ວົງລາທິກຸນ ເປັນຮອງ.

  ໂອກາດນີ້ ທ່ານ ບຸນລ້ອມ ເກດຕະວົງກໍ່ໄດ້ໂອ້ລົມ ແລະຍົກໃຫ້ເຫັນເຖິງວຽກງານການເມືອງແນວຄິດ, ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ,ວຽກງານຂະບວນການ,ວຽກງານກວດກາ ແລະແບບແຜນວິທີເຮັດວຽກພ້ອມທັງຮຽກຮ້ອງມາຍັງຄະນະບໍລິຫານສະຫະພັນກໍາມະບານຮາກຖານ, ສະມາ ຊິກກຳມະບານທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາຈົ່ງເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງໃຫ້ສູງ ຂຶ້ນກວ່າເກົ່າຕັດສີນໃຈຜ່ານຜ່າອຸປະສັກນາໆປະການ ແລະພ້ອມກັນສູ້ຊົນເຮັດສຳເລັດໜ້າທີ່.