ໄຊຍະບູລີ ສະຫຼຸບວຽກ ກອງທຶນພັດທະນານັກຮົບເກົ່າ

   ວັນທີ 11 ທັນວາ 2020 ຜ່ານມານີ້ຫ້ອງການສະຫະພັນນັກຮົບເກົ່າ ເມືອງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງນຳພາການເຄື່ອນໄຫວວຽກງານກອງທຶນພັດທະນານັກຮົບເກົ່າ ສົກປີ 2019-2020 ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວໂດຍການເປັນປະທານຂອງທ່ານ ບຸນຜອງ ພົງສະຫວັດ ປະທານສະຫະພັນນັກຮົບເກົ່າເມືອງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງທ່ານ ພົມປັນ ສຸດທິໂວຫານ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຮອງຫົວໜ້າຫ້ອງການພະນັກງານວິຊາການພ້ອມດ້ວຍສະມາຊິກກອງທຶນພັດທະນານັກຮົບເກົ່າເຂົ້າຮ່ວມ. 

  ໃນກອງປະຊຸມ ທ່ານ ບຸນຜອງ ພົງສະຫວັດ ປະທານສະຫະພັນນັກຮົບເກົ່າ ເມືອງໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງນຳພາການເຄື່ອນໄຫວວຽກງານກອງທຶນພັດທະນານັກຮົບເກົ່າສົກປີ 2019-2020 ບາງຕອນທ່ານໄດ້ຮູ້ວ່າ: ອີງຕາມແຜນພັດທະນາເສດຖະກິດກອງປະຊຸມໃຫ່ຍຄັ້ງທີ IV ຂອງສະຫະພັນນັກຮົບເກົ່າ ເມືອງວາງອອກ. ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງໄດ້ປຸກລະດົມນັກຮົບເກົ່າເຂົ້າຮ່ວມຟາກກອງທຶນເພື່ອແກ້ໄຂຊີວິດການເປັນຢູ່ຂອງນັກຮົບເກົ່າໃຫ້ດີຂຶ້ນ ເທື່ອລະກ້າວ, ປະຈຸບັນມີສະມາຊິກກອງທຶນທັງໝົດ 303 ຄົນ, ຍິງ 135 ຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 41 ຄົນ, ຖອນຕົວກາງປີ 22 ຄົນ, ສະມາຊິກຍັງເຫຼືອຕົວຈິງ 281 ຄົນ, ຍິງ 133 ຄົນ, ພາກລາຍຮັບເງິນຍອດຍົກມາປີເກົ່າສົກປີ 2018-2019 ຈໍານວນ 1.689 ລ້ານກີບ, ເງິນຝາກຂອງສະມາຊິກກອງທຶນໃນສົກປີ 2019-2020 ຈໍານວນ 849 ລ້ານ, ດອກເບ້ຍພາຍໃນສົກປີ 2019-2020 ຈຳນວນ 280 ລ້ານກວ່າກີບ, ລວມພາກລາຍຮັບ 2.747 ລ້ານກີບພາກລາຍ ຈ່າຍ, ຈ່າຍຖອນຕົວກາງປີ 421 ລ້ານກີບ, ຈ່າຍປັນຜົນກຳໄລດອກເບ້ຍ 280 ລ້ານກີບຈ່າຍໃຫ້ສະມາຊິກກູ້ຢືມຈໍານວນ 150 ຄົນ ຈໍານວນ 1.516 ລ້ານກີບ, ຈ່າຍຖອນຕົວທ້າຍປີຈໍາ ນວນ 447 ລ້ານກີບ ລວມພາກລາຍ ຈ່າຍ 2.665 ລ້ານກີບ, ເງິນສົດຍັງ ຄ້າງຄັງ 82 ລ້ານກີບ, ເງິນສືບຕໍ່ໝູນສົກປີ 2020-2021 ຈໍານວນ 1.598 ລ້ານກີບ ໃນນີ້ຄ້າງນໍາສະມາຊິກກູ້ຢືມ 1.516 ລ້ານກີບ, ເງິນສົດຄ້າງຄັງ 82 ລ້ານກີບ.

  ຈາກນັ້ນຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນໂດຍຍົກໃຫ້ເຫັນດ້ານດີທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃຫ້ດີຂຶ້ນ, ພ້ອມນີ້ໃນກອງປະຊຸມກໍ່ໄດ້ພ້ອມກັນຄັດເລືອກເອົາຄະນະປະທານກອງທຶນຊຸດໃໝ່ໂດຍເລືອກເອົາທ່ານ ບຸນຜອງ ພົງສະຫວັດ ເປັນປະທານກອງທຶນພັດທະນາສະ ຫະພັນນັກຮົບເກົ່າເມືອງໄຊຍະບູລີພ້ອມຄະນະຄົບຊຸດ.

---------------

ຂ່າວ: ສົມພົງສີສະຫວັດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ