ນະຄອນປາກເຊເກັບລາຍຮັບໄດ້ 12 ຕື້ກວ່າກີບ

  ໃນທ້າຍອາທິດຜ່ານມາທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມວຽກງງານຊຸກຍູ້ລາຍຮັບກ່ຽວກັບການມອບພັນທະ ແລະໂອ້ລົມແຕ່ລະຫົວໜ່ວຍທຸລະກິດທີ່ຍັງບໍ່ທັນມອບພັນທະອາກອນເຂົ້າງົບປະມານໃນສົກປີ 20 20 ຊຶ່ງມີຈໍານວນ 100 ກວ່າຫົວໜ່ວຍໃນນະຄອນປາກເຊຂຶ້ນທີ່ສະໂມສອນຫ້ອງວ່າການນະຄອນປາກເຊແຂວງຈໍາປາສັກໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເນົາ ຟອງຄໍາແດງ ຮອງເຈົ້ານະຄອນປາກເຊທັງເປັນຜູ້ຊີ້ນໍາວຽກງານເສດຖະກິດມີ ທ່ານ ສີສະຫວັດ ສິລິວັດ ຮອງຫົວໜ້າຫ້ອງການເງິນນະຄອນປາກເຊພ້ອມດ້ວຍຜູ້ປະກອບການຫົວໜ່ວຍທຸລະກິດພາຍໃນນະຄອນປາກເຊເຂົ້າຮ່ວມ. 

 ໃນກອງປະຊຸມທ່ານ ສີສະຫວັດ ສິລິວັດ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຈັດເກັບລາຍຮັບໃນໄລຍະ 11 ເດືອນປີ 2020 ຜ່ານມາວ່າ: ການຈັດຕັ້ງປະຕິ ບັດການຈັດເກັບລາຍຮັບເຂົ້າງົບປະມານສາມາດປະຕິບັດໄດ້ທັງໝົດ 12,46 ຕື້ກີບ ເທົ່າກັບ 76% ຂອງແຜນການ, ໃນນັ້ນມີລາຍຮັບຈາກໜ່ວຍງານຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 391 ລ້ານກວ່າກີບ ເທົ່າກັບ 80%.

 ໃນກອງປະຊຸມທ່ານ ບຸນເນົາ ຟອງຄໍາແດງ ໄດ້ສະແດງຄໍາເຫັນໂອ້ລົມ ແລະປຶກສາຫາລືກັບບັນດາຫົວໜ່ວຍທຸລະກິດທີ່ຖຶກຜົນກະທົບໃນໄລຍະຜ່ານມາ ແລະຮຽກຮ້ອງມາຍັງຫົວໜ່ວຍທຸລະກິດທີ່ຍັງບໍ່ທັນມອບພັນທະອາກອນໃນສົກປີ 20 20 ແມ່ນໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ການຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການເກັບລາຍຮັບຂອງໜ່ວຍງານສວຍສາອາກອນໃຫ້ໄດ້ຕາມລະດັບຄາດໝາຍ ແລະການມອບພັນທະອາກອນຂອງຫົວໜ່ວຍທຸລະກິດໃຫ້ມີຄວາມເປັນເອກະພາບກັນໃນທົ່ວນະຄອນປາກເຊ.