ກວຕ ເປີດຊຸດຝຶກອົບຮົມຄຸ້ມຄອງວຽກງານວິທະຍາສາດ ແລະເຕັກໂນໂລຊີ

  ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ໄດ້ເປີດກອງປະຊຸມຝຶກອົບຮົມການຄຸ້ມຄອງວຽກງານວິທະຍາສາດ ແລະເຕັກໂນໂລຊີສຳລັບຕຳແໜ່ງບໍລິຫານລະດັບກາງ (ປະເພດ4) ຂຶ້ນໃນວັນທີ 14 ທັນວາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີໂດຍໃຫ້ກຽດເຂົ້າຮ່ວມເປັນປະ ທານຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ, ມີຮອງລັດຖະມົນຕີ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນພ້ອມດ້ວຍນັກສຳມະນາກອນຈາກ 14 ພາກສ່ວນພາຍໃນ ກວຕ ເຂົ້າຮ່ວມ.

 ຈຸດປະສົງຂອງກອງປະຊຸມຝຶກອົບຮົມຄັ້ງນີ້ແມ່ນເພື່ອຖ່າຍທອດຄວາມຮູ້ທາງດ້ານວິຊາການກ່ຽວກັບວຽກງານການຄຸ້ມຄອງວິທະຍາສາດ ແລະເຕັກໂນໂລຊີກໍຄືຊ່ວຍເພີ່ມ ພູນສ້າງຄວາມຮູ້, ສ້າງທັກສະທາງດ້ານວິຊາການທີ່ແຕ່ລະຄົນຮັບຜິດຊອບໃຫ້ເຫັນໄດ້ບົດບາດຄວາມສຳຄັນວຽກງານການຄຸ້ມຄອງທັງເປັນການແລກປ່ຽນບົດຮຽນຄວາມຮັບຮູ້ເຂົ້າໃຈຂອງພະນັກງານສຳລັບຕຳແໜ່ງບໍລິຫານລະດັບກາງ, ເພື່ອແນໃສ່ຕອບສະໜອງກັບຄວາມຕ້ອງການຂອງການປະຕິບັດໜ້າທີ່ວຽກງານກ່ຽວກັບກົນໄກການບໍລິຫານ ແລະຄຸ້ມຄອງວຽກງານວິທະຍາສາດ ແລະເຕັກໂນໂລຊີ.

ຊຸດຝຶກອົບຮົມຄັ້ງນີ້ຈະດຳເນີນເປັນເວລາ 5 ວັນນັບຕັ້ງແຕ່ວັນ ທີ 14-18 ທັນວາ 2020 ມີນັກສຳມະນາກອນຈາກຫ້ອງການ, ກົມ ແລະສະຖາບັນເຂົ້າຮ່ວມຈຳນວນ 41 ທ່ານ, ຍິງ 13 ທ່ານ, ຊຶ່ງນັກສຳມະກອນຈະໄດ້ຮຽນຮູ້ກ່ຽວກັບການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມປອດໄພດ້ານລັງສີ-ນິວເຄຼຍ; ການຄຸ້ມຄອງວຽກງານແຜນການວິທະຍາສາດ ແລະເຕັກໂນໂລຊີ; ຂັ້ນຕອນ ແລະວິທີການເຂົ້າເຖິງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ການຄຸ້ມຄອງຊັບພະຍາກອນມະນຸດໃນຂະແໜງວິທະຍາສາດ ແລະເຕັກໂນໂລຊີ; ການຄຸ້ມຄອງລັດກ່ຽວກັບວຽກງານເຕັກໂນໂລຊີ ແລະນະວັດຕະກຳ; ການຄຸ້ມຄອງລັດກ່ຽວກັບວຽກ ງານເຕັກໂນໂລຊີດີຈີຕອລ; ການຄຸ້ມຄອງລັດກ່ຽວກັບວຽກງານມາດຕະຖານ ແລະວັດແທກ; ການຄຸ້ມຄອງລັດກ່ຽວກັບວຽກງານຊັບສິນທາງປັນຍາ; ວຽກງານຄົ້ນຄວ້ານິເວດວິທະຍາ ແລະເຕັກໂນໂລຊີຊີວະພາບ;ວຽກງານຄົ້ນຄວ້າພະລັງງານທົດແທນ ແລະວັດສະດຸໃໝ່; ວຽກງານຄົ້ນຄວ້າເຕັກໂນໂລຊີຄອມພິວເຕີ ແລະເອເລັກໂຕຣນິກ; ການຮ່າງເອກະສານທາງລັດຖະການ; ຈັນຍາບັນຂອງພະນັກງານ-ລັດຖະກອນ; ແລະການຮຽນຮູ້ການເປັນຜູ້ນຳ.