ສະຫະພັນແມ່ຍິງແຂວງໄຊສົມບູນສະຫຼຸບວຽກງານຜ່ານມາ

  ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ນຍິງ ແຂວງໄຊສົມບູນ ຄັ້ງທີ 1 ສະໄໝທີ I ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຮ່ວມຂອງທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ ແລະທ່ານ ນາງ ຄໍາສີ ສິດທິວໍລະດາ, ປະທານສະຫະພັນແມ່ຍິງ ແຂວງໄຊສົມບູນ, ມີຫົວໜ້າ, ຮອງຫົວພະແນກການ, ອົງການກົມກອງອ້ອມຂ້າງແຂວງພ້ອມດ້ວຍປະທານສະຫະພັນແມ່ຍິງ 5 ເມືອງ ແລະປະທານ,ຮອງປະທານໜ່ວຍສະຫະພັນແມ່ຍິງພະແນກການ, ອົງການ-ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

  ທ່ານ ນາງ ຄໍາສີ ສິດທິວໍລະດາ, ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2020 ແລະກໍານົດທິດທາງແຜນການປະຈໍາປີ 2021 ວ່າ: ຊຶ່ງໃນໄລຍະ 1 ປີ ຜ່ານມາສະຫະພັນແມ່ຍິງແຂວງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນວຽກກົກໃນການຊີ້ນໍາ-ນໍາພາວຽກງານເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ມີຄວາມຮູ້,ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກພ້ອມນັ້ນຄະນະສະຫະພັນແມ່ຍິງແຕ່ລະຂັ້ນໄດ້ເອົາໃຈໃສ່ປຸກລະດົມ, ຊຸກຍູ້ ແລະສ້າງເງື່ອນ ໄຂໃຫ້ແກ່ເອື້ອຍນ້ອງແມ່ຍິງບັນ ດາເຜົ່າ-ບັນດາຊັ້ນຄົນໃນການເຂົ້າຮ່ວມເຊື່ອມຊຶມມະຕິ, ຄໍາສັ່ງ ແລະເອກະສານສໍາຄັນຕ່າງໆຂອງພັກ-ລັດ, ປະຈຸບັນໃນທົ່ວແຂວງໄຊສົມບູນມີແມ່ຍິງທັງໝົດ 43.128 ຄົນ,ເຂົ້າເປັນສະມາຊິກສະຫະພັນແມ່ຍິງ 17.510 ຄົນ;ສ່ວນວຽກງານກໍ່ສ້າງພະນັກງານເພດຍິງໄດ້ສົ່ງສະມາຊິກສະ ຫະພັນແມ່ຍິງໄປຍົກລະດັບການສຶກສາດ້ານຕ່າງໆເປັນຕົ້ນດ້ານທິດສະດີ-ການເມືອງ, ວິຊາສະເພາະ, ວຽກງານສະຫະພັນແມ່ຍິງ ແລະຝຶກອົບຮົມດ້ານອື່ນໆຕື່ມອີກ, ຄຽງຄູ່ກັນນັ້ນຄະນະສະຫະພັນແມ່ຍິງແຕ່ລະຂັ້ນໄດ້ປະຕິບັດນະໂຍບາຍຕ່າງໆຕໍ່ສະມາຊິກສະຫະພັນແມ່ຍິງ ໃນເວລາເຈັບເປັນ, ອອກລູກ, ເສຍຊີວິດ ແລະນະໂຍບາຍດ້ານອື່ນໆຕາມເງື່ອນໄຂໄດ້ຈໍານວນ 24 ຄັ້ງ, ລວມເປັນເງິນ 3,85 ລ້ານກີບ, ໃນນັ້ນສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຊຸກຍູ້ສົ່ງເສີ່ມການສ້າງຕັ້ງກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນ ແລະກັນຊຶ່ງມີກຸ່ມທ້ອນເງິນຂັ້ນບ້ານໄດ້ຈັດຕັ້ງປະຕິບັດຢູ່ 5 ເມືອງ ແລະບັນດາໜ່ວຍອ້ອມຂ້າງແຂວງມີທັງໝົດ 104 ກຸ່ມ, ໃນນີ້ມີກຸ່ມ ທ້ອນເງິນເພື່ອການປ່ຽນແປງ 28 ກຸ່ມມີສະມາຊິກ 561 ຄົນ, ມີເງິນທ້ອນທັງໝົດ 2,47 ລ້ານກີບ ແລະກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນມີ 76 ກຸ່ມ ມີສະມາຊິກທັງໝົດ 1.118 ຄົນ ມີເງິນທ້ອນທັງໝົດ 2 ຕື້ກວ່າກີບ, ຂະນະດຽວກັນວຽກງານການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວທີ່ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ-ພັດທະນາ ແລະວຽກງານດ້ານອື່ນໆກໍຈັດຕັ້ງປະຕິບັດ ແລະບັນລຸຜົນສຳເລັດຕາມເປົ້າໝາຍທີ່ກໍານົດໄວ້.

  ຈາກນັ້ນຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນໃສ່ຮ່າງບົດສະຫຼຸບດ້ວຍຄວາມຮັບຜິດຊອບສູງທັງນີ້ກໍເພື່ອພ້ອມກັນຄົ້ນຄວ້ນ ແລະປຶກສາຫາລືແນໃສ່ປັບ ປຸງຮ່າງບົດສະຫຼຸບດັ່ງກ່າວໃຫ້ມີເນື້ອໃນສົມບູນ ແລະຄົບຖ້ວນດີຂຶ້ນກວ່າເກົ່າເພື່ອວາງທິດທາງການເຄື່ອນໄຫວວຽກງານສະຫະພັນແມ່ຍິງໃນແຂວງໄຊສົມບູນໃຫ້ມີບາດ ກ້າວພົ້ນເດັ່ນ ແລະໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

  ຈາກນັ້ນທ່ານຮອງເຈົ້າແຂວງໄຊສົມບູນ ໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງແຂວງແຕ່ລະຂັ້ນສຸມໃສ່ສຶກສາອົບຮົມ-ການເມືອງແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງໃນທົ່ວແຂວງພ້ອມທັງຊຸກຍູ້ ແລະປຸກລະດົມໃຫ້ບັນດາໜ່ວຍອ້ອມຂ້າງໄດ້ຝຶກຝົນຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນທຸກດ້ານທຽບເທົ່າກັບເພດຊາຍເພື່ອປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາແຂວງໄຊສົມບູນໃຫ້ຈະເລີນກ້າວໜ້າ ແລະສິວິໄລຂຶ້ນເລື້ອຍໆທັງພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັ້ນ 3 ດີ ຂອງສະຫະ ພັນແມ່ຍິງລາວວາງອອກໃຫ້ປາກົດຜົນເປັນຈິງ.