ທະຫານເມືອງສາລະວັນ ຫັດແອບການເມືອງ-ການທະຫານໄລຍະສັ້ນ

  ກອງບັນຊາການທະຫານ ເມືອງສາລະວັນ ໄດ້ເປີດບັ້ນອົບຮົມຫັດແອບການເມືອງ-ການທະຫານໄລຍະສັ້ນໃຫ້ກໍາລັງກອງຫຼອນກອງຮ້ອຍທີ 1 ເທສະບານ ເປັນກອງຮ້ອຍທີ 7 ທົ່ວເມືອງສາລະວັນ (ໃນ 13 ກອງຮ້ອຍ) ຊຶ່ງ ໄດ້ຈັດຂຶ້ນໃນວັນທີ່ 11 ທັນວາ ຜ່ານມາ ທີ່ສະໂມສອນກອງບັນຊາການທະຫານເມືອງສາລະວັນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນຜູ້ຊີ້ນໍາວຽກງານ ປກສ-ປກຊ, ທ່ານ ພັທ ຄໍາເບັນ ແກ້ວສາຍທອງ ຫົວໜ້າການທະຫານກອງບັນຊາການທະຫານເມືອງສາລະວັນ, ມີບັນດາທ່ານຄະນະພັກ-ຄະນະບັນຊາ, ພະນັກງານວິຊາການ, ພະນັກງານກໍ່ສ້າງຮາກຖານການເມືອງ, ຄະນະພັກອົງການປົກຄອງບ້ານກໍາລັງກອງຫຼອນ-ປກສ ເຂົ້າຮ່ວມ.

   ທ່ານ ຮອ ອິນປົງ ບຸນທິສະຫວັດ ຮອງພະແນກເສນາທິການທະຫານຂຶ້ນຜ່ານແຜນການອົບຮົມຫັດແອບການເມືອງ-ການທະຫານຊຶ່ງປະກອບມີພາກການເມືອງຄື: ຮູ້ເຖິງມູນເຊື້ອກອງທັບຂອງປະຊາຊົນລາວຕ້ານສົງຄາມຫັນປ່ຽນໂດຍສັນຕິຂອງສັດຕູ,ສິດ,ໜ້າທີ່ຂອງກອງຫຼອນ;ພາກການທະຫານເປັນຕົ້ນແມ່ນພາກລະບຽບຮູບແຖວ , ພາກສິນລະປະຍຸດ, ພາກຍຸດທະວິທີຄື: ຈັ່ງຫວະພື້ນຖານຂອງທະຫານຮາບ, ເອກະສານບຸກຄົນ, ຈຸ, ໝູ່ເຄື່ອນຍ້າຍຕີສັດຕູ, ເອກະສານສໍາລັບສູ້ລົບຫຼອນຕີສັດຕູພັກທັບຊົ່ວຄາວຈຸດປະສົງແມ່ນເພື່ອປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍຄືແຜນການຂອງຫ້ອງເສນາທິການທະຫານແຂວງສາລະວັນວາງອອກໃຫ້ປະ ກົດຜົນເປັນຈິງ, ເພື່ອອົບຮົມຫັດແອບຮໍ່າຮຽນການເມືອງ-ການທະຫານໃຫ້ກໍາລັງກອງຫຼອນກອງຮ້ອຍທີ 1 ເທສະບານ, ຍົກລະດັບທາງດ້ານຄວາມຮູ້ຄວາມສາມາດດ້ານການເມືອງ, ດ້ານສິລະປະຍຸດ ແລະຍຸດທະວິທີຂອງທະຫານຮາບ ແລະບຸກຄົນອາໃສພູມີປະເທດໃນເວລາ ສູ້ລົບຕົວຈິງໃນເມື່ອມີສົງຄາມເກີດຂຶ້ນ, ພ້ອມທັງໃຫ້ກໍາລັງກອງຫຼອນແຕ່ລະສະຫາຍກໍາແໜ້ນດ້ານເນື້ອໃນຫຼັກການເພື່ອໝຸນໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍ, ກໍາໄດ້ ແລະເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຂອງພັກກໍຄືແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະໃຫ້ກວ້າງຂວາງ,ຮູ້ໝູນໃຊ້ເຂົ້າໃນເວລາປະຕິບັດໜ້າທີ່ວຽກຕົວຈິງກໍຄືການນໍາພາ-ບັນ ຊາຢ່າງເໝາະສົມແທດເໝາະກັບສະພາບໃນປະຈຸບັນ, ໃຫ້ກໍາລັງກອງຫຼອນແຕ່ລະສະຫາຍກໍາໄດ້ດ້ານທິດສະດີ ແລະຫຼັກການໆນໍາໃຊ້ພາກສິນລະປະຍຸດ-ຍຸດທະວິທີ ແລະຈັ່ງຫວະພື້ນຖານຂອງທະຫານຮາບຮູ້ໝູນໃຊ້ເຂົ້າໃນເວລາສູhຮົບຕົວຈິງເພື່ອນໍາເອົາແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປາ ກົດຜົນເປັນຈິງ, ເສີມຂະຫຍາຍແນວຄິດປະຕິວັດມີສະຕິເປັນເຈົ້າຕົນເອງໃນການປົກປັກຮັກສາເຂດນໍ້າແດນດິນ, ອົບຮົມ-ຫັດແອບພາກການເມືອງ ແລະພາກການທະ ຫານເປັນຍຸດທະສາດທີ່ສໍາຄັນໃນການປັບປຸງກອງຫຼອນໃຫ້ມີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານຂອງຕົນ, ການຫັດແອບດັ່ງກ່າວຈະດຳເນີນໄປຮອດວັນທີ 22 ທັນວາ ຈຶ່ງຈະໄດ້ປິດລົງ.

----------

ຂຽນໂດຍ: ກິນດາວັນ ອ້ວນນາຄູ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ