ຊວນ-ຄາມິລລາ ປ່ອຍເພງຕ້ອນຮັບວັນຄຣິດສະມາສ

  ຫາກໍປ່ອຍອາລະບໍ້າ Won der ໄປໃນວັນທີ 4 ທັນວາທີ່ຜ່ານມາ ພ້ອມທັງຈັດຄອນເສີດອອນລາຍເພື່ອການກຸສົນໃນວັນທີ 14 ທັນວາ ທີ່ຜ່ານມາຫຼຸ້າສຸດໜຸ່ມຊວນ ເມນເດສ ບໍ່ລໍຊ້າໄດ້ປ່ອຍເພງອາລະບໍ້າ Won der The Experiece ອອກມາເອົາໃຈແຟນເພງທັນທີພ້ອມທັງເພງໃໝ່ຈູງມືຄູ່ຮັກຄືສາວຄາມິລລາ ຄາເບລ ໂລ ມາຮ່ວມຮ້ອງເພງໃນເອັມວີເພງ The Christmas Song ເພື່ອສະຫຼອງ ແລະສົ່ງຄວາມອົບອຸ່ນນີ້ໃຫ້ແຟນເພງທົ່ວໂລກໃນໄລຍະເທສະ ການຄຣິດສະມາສທີ່ກຳລັງມາເຖິງ.

  ໂດຍເອັມວີດັ່ງກ່າວມາໃນສະຕາຍເປີດເຜີຍຮູບພາບເຫຼືອຫຼັງສຸດທີ່ໄດ້ເຫັນພາບຫວານໆຂອງຄູ່ຮັກແຫ່ງປີໄດ້ໃຊ້ເວລາຮ່ວມກັນບອກເລີຍວ່າ ໂຣແມນຕິກ, ອົບອຸ່ນຮັບໜ້າໜາວ, ພ້ອມກັນນີ້ເພງນີ້ຍັງເປັນເພງເພື່ອການກຸສົນ ໂດຍລາຍໄດ້ຈາກການຈັດຄອນເສີດທາງສະຕຣີມຈະຖືກນໍາໄປບໍລິຈາກໃຫ້ກັບອົງການບໍ່ສະແຫວງຫາຜົນກຳໄລທີ່ເບິ່ງແຍງທະນາຄານອາຫານຫຼາຍກວ່າ 200 ແຫ່ງທົ່ວອາເມລິກາ ໂດຍໜຸ່ມຊວນໄດ້ບໍລິຈາກໃຫ້ອົງການດັ່ງກ່າວໄປແລ້ວ 1 ແສນ ໂດລາສະຫະລັດ.

----

ໜັງສືພິມ ເສດຖະກິດ-ສັງຄົມ