ອາເມລິກາ ມອບທຶນໃຫ້ນັກສຶກສາກົດໝາຍ

  ວັນທີ 15 ທັນວາ 2020 ສະຖານທູດສະຫະລັດອາເມລິກາໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາກົດໝາຍເພດຍິງຂອງສະຖາບັນຍຸຕິທໍາແຫ່ງຊາດຊຶ່ງນຳໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພາຍານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທໍາ, ບັນດາແຂກຖືກເຊີນເຂົ້າຮ່ວມ.

  ທຶນການສຶກສາມອບໃຫ້ນັກສຶກສາກົດໝາຍສະຖາບັນຍຸຕິທຳແຫ່ງຊາດຄັ້ງນີ້ເປັນຫຼັກສູດກໍ່ສ້າງວິຊາຊີບຜູ້ພິພາກສາ, ພະນັກງານໄອຍະການ ແລະທະນາຍຄວາມໃນນີ້ທັງໝົດມີ 18 ຄົນ ຊຶ່ງສະໜັບສະໜູນໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ໂດຍຈະສະໜັບສະໜູນທາງດ້ານການເງິນແກ່ນັກສຶກ ສາຍິງເຫຼົ່ານີ້ຕະຫຼອດໄລຍະ 1 ປີ ໃນການເຂົ້າຮ່ວມຝຶກອົບຮົມວິຊາຊີບກົດໝາຍທີ່ສະຖາບັນຍຸຕິທຳແຫ່ງຊາດ, ຊຶ່ງເປັນໜຶ່ງໃນຂໍ້ກໍານົດສໍາລັບຜູ້ທີ່ຈົບການສຶກສາກົດ ໝາຍທີ່ຕ້ອງການເປັນຜູ້ພິພາກສາ, ທະນາຍຄວາມ ແລະພະນັກງານໄອຍະການທຶນການສຶກສານີ້ແມ່ນແນໃສ່ຊຸກຍູ້ໃຫ້ນັກສຶກສາເພດຍິງທີ່ຮຽນຈົບກົດໝາຍສຶບຕໍ່ປະ ກອບອາຊີບຫຼາຍຂຶ້ນທັງນີ້ເພື່ອເປັນການເພີ່ມຈໍານວນແມ່ຍິງທີ່ເຮັດວຽກຢູ່ໃນຂົງເຂດວິຊາຊີບ.

  ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ແຜນງານນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມລິກາພາຍໃຕ້ການຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະສປປ ລາວ ເພື່ອຊ່ວຍລັດຖະບານ ສປປ ລາວ ໃນການສ້າງປະເທດໃຫ້ກາຍເປັນປະເທດຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍດ້ວຍການຊ່ວຍໃຫ້ປະຊາຊົນລາວເຂົ້າ ເຖິງຄວາມຍຸຕິທຳໃຫ້ຫຼາຍຂຶ້ນສະຫະລັດອາເມລິກາພາກພູມໃຈທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍເພື່ອກາຍເປັນສະມາຊິກອາຊຽນທີ່ມີຄວາມເຂັ້ມແຂງໝັ້ນຄົງ ແລະວັດທະນະຖາວອນທຶນການສຶກສານີ້ເປັນສ່ວນໜຶ່ງໃນກິດຈະກໍາພາຍໃຕ້ແຜນງານຊ່ວຍເຫຼືອທາງດ້ານກົດໝາຍທີ່ໄດ້ຮັບທຶນໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ແລະຈັດຕັ້ງປະຕິບັດໂດຍມູນນິທິເອເຊຍແຜນງານການຊ່ວຍເຫຼືອທາງດ້ານກົດໝາຍໄດ້ຊ່ວຍພັດທະນາເປົ້າໝາຍຂອງ ສປປ ລາວ ດັ່ງທີ່ໄດ້ອະທິບາຍໄວ້ໃນແຜນແມ່ບົດການສ້າງລັດແຫ່ງກົດໝາຍ, ເພື່ອກາຍເປັນລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍເພື່ອຍົກລະດັບສ້າງເງື່ອນໄຂທາງການຄ້າ ແລະການລົງທຶນ, ຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ ແລະການຕ້ານອາຊະຍາກຳຂ້າມຊາດ.

----------------

ຂ່າວ: ແພງຕາ