ເລື່ອງຂອງໝາກສັງ ທີ່ທ່ານອາດຈະຍັງບໍ່ຮູ້

  ໝາກສັງ ແມ່ນພືດປ່າທີ່ຖືກນໍາມາໃຊ້ເປັນຜັກ ແລະສະໝຸນໄພທີ່ນິຍົມນໍາໃຊ້ໝາກ ແລະຍອດອ່ອນມາໃຊ້ເປັນປະໂຫຍດສ່ວນຄົນທ້ອງຖິ່ນແມ່ນນໍາເອົາໝາກສັງມາກິນແທນສົ້ມສໍາສັບບາງຄົນກໍ່ອາດຈະຍັງບໍ່ຮູ້ໝາກສັງມາກ່ອນແຕ່ຄົນທ້ອງຖິ່ນອາໄສທໍາມະຊາດໃນການດໍາລົງຊີວິດແມ່ນຮູ້ຈັກດີ.

 ລັກສະນະຂອງໝາກສັງແມ່ນມົນກົມຄ້າຍຄືກັບໝາກນາວຂະໜາດປະມານ 4-8 ຊັງຕີແມັດ ເປືອກນອກສີຂຽວເຂັ້ມຜິວລຽບຕອນເປັນໝາກອ່ອນເປັນສີຂຽວອ່ອນ, ເປືອກອ່ອນ ແລະເມື່ອແກ່ມີສີນໍ້າຕານເປືອກແຂງນອກນັ້ນໝາກສັງຍັງມີປະໂຫຍດຫຼາຍຢ່າງເປັນຕົ້ນແມ່ນໃບມີລົດຊາດຝາດໃຊ້ເປັນຢາບໍາລຸງຮ່າງກາຍ, ຮາກ ແລະໝາກອ່ອນເປັນຢາແກ້ໄຂ້ ແລະຊ່ວຍແກ້ທ້ອງອຶດ ໂດຍນໍາໄປຕົ້ມນໍ້າດື່ມ ຫຼື ຝົນກັບນໍ້າກິນສໍາລັບຄົນທ້ອງຖິ່ນນິຍົມໃຊ້ປະກອບອາຫານ ແທນໝາກນາວ ຫຼື ໝາກຂາມເນື່ອງຈາກວ່າມີລົດຊາດສົ້ມ, ໝາກອ່ອນແມ່ນກິນແທນສົ້ມໄດ້.

----

ຮຽບຮຽງໂດຍ: ຟ້າ