ສະພານິຕິບັນຍັດລະດັບສູງຂອງ ສສ ຫວຽດນາມອະນຸມັດການຍົກລະດັບເຂດຟູກ໊ວກໃນແຂວງກຽນຊາງ ຊຶ່ງຕັ້ງຢູ່ບໍລິເວນສາມຫຼຽມແມ່ນໍ້າຂອງໃຫ້ເປັນເມືອງເກາະແຫ່ງທຳອິດຂອງປະເທດໃນເດືອນມີນາປີໜ້າ.

    ໜັງສືພິມຫວຽດນາມນີວອ້າງມະຕິຈາກຄະນະກຳມະການປະຈຳສະມັດຊາແຫ່ງຊາດຫວຽດນາມລາຍງານວ່າເມືອງເກາະແຫ່ງນີ້ຈະມີປະຊາກອນຫຼາຍກວ່າ 177.500 ຄົນ ລວມທັງຈະມີສານປະຊາຊົນ ແລະສານປະຊາຊົນສູງສຸດເປັນຂອງຕົນເອງຊຶ່ງເຂດຟູກ໊ວກຖືກກຳນົດໃຫ້ເປັນໜຶ່ງໃນເຂດບໍລິຫານເຂດເສດຖະກິດພິເສດແຫ່ງສຳຄັນຂອງຫວຽດນາມພ້ອມທັງສະເໜີສິ່ງຈູງໃຈຕ່າງໆ ລວມທັງພາສີ ແລະ ຄ່າເຊົ່າທີ່ດິນໃຫ້ກັບກຸ່ມນັກລົງທຶນເພື່ອຊ່ວຍໃຫ້ເກາະເຫຼົ່ານີ້ບັນລຸສັກກະຍະພາບສູງເກາະຟູກ໊ວກມີພື້ນທີ່ປະມານ 590.000 ກິໂລແມັດມົນທົນຊຶ່ງເກືອບທໍ່ສິງກະໂປຂຶ້ນຊື່ດ້ວຍຣີສອດ ແລະຫາດຊາຍສີຂາວໂດຍມີພື້ນທີ່ຫຼາຍກວ່າເຄິ່ງໜຶ່ງຢູ່ພາຍໃຕ້ອຸທິຍານແຫ່ງຊາດຟູກ໊ວກຊຶ່ງອ້ອມລ້ອມດ້ວຍພູ, ປ່າໄມ້ເຂດຮ້ອນ, ເສັ້ນທາງໄປປ່າ ແລະສັດປ່າ.

  ທັງນີ້ ຟູກ໊ວກ ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 5 ລ້ານຄົນ ໃນປີ 2019 ເພີ່ມຂຶ້ນ 30% ຈາກປີ 2018 ຊຶ່ງໃນຈຳນວນນີ້ເປັນຊາວຕ່າງຊາດ 541.600 ຄົນ.