ສຳນັກງານສະຖິຕິແຫ່ງຊາດຂອງສະຫະພາບເອີຣົບລາຍງານສະຖິຕິນັບເຖິງເດືອນຕຸລາທີ່ຜ່ານມາວ່າຈີນຍັງເປັນຄູ້ຄ້າອັນດັບໜຶ່ງຂອງສະຫະພາບເອີຣົບ (ອີຢູ) ໂດຍໄດ້ແຊງໜ້າອາເມລິກາ ແລະຄອງຕຳແໜ່ງນີ້ມາຕັ້ງແຕ່ເດືອນກໍລະກົດ.

 ຕາມຂ່າວຊິນຮວາລາຍງານວ່າທັງນີ້ປະລິມານສິນຄ້າລະຫວ່າງສະຫະພາບເອີຣົບກັບຈີນໃນໄລຍະ 10 ເດືອນຕົ້ນປີ 2020 ຢູ່ທີ່ປະມານ 4,77 ຮ້ອຍຕື້ເອີໂຣ, ເພີ່ມຂຶ້ນ 2,2% ເມື່ອທຽບກັບໄລຍະເວລາດຽວກັນຂອງປີ 2019, ຂະນະທີ່ປະລິມານການຄ້າສິນຄ້າລະຫວ່າງສະຫະພາບເອີຣົບກັບອາເມລິກາໃນໄລຍະເວລາດຽວກັນຫຼຸດລົງເຫຼືອ 4,6 ຮ້ອຍຕື້ເອີໂຣຫຼຸດລົງ 11,2% ເມື່ອທຽບກັບປີກ່ອນ, ຊຶ່ງປະລິມານການຄ້າລະຫວ່າງປະເທດຂອງອີຢູຫຼຸດລົງຕັ້ງແຕ່ເດືອນກຸມພາເປັນຕົ້ນມາຈົນຈຸລະດັບຕໍ່າສຸດໃນເດືອນເມສາຫຼັງຈາກທີ່ອົງການອະນາໄມໂລກລະບຸວ່າເອີຣົບເປັນສູນກາງການລະບາດຂອງເຊື້ອໂຄ ວິດ-19 ໃນໄລຍະກາງເດືອນມີນາ.

   ໃນເດືອນຕຸລາ ສະຫະພາບເອີ ຣົບສົ່ງອອກສິນຄ້າມູນຄ່າ 1,78 ຮ້ອຍຕື້ເອີໂຣ ຫຼຸດລົງ 10,3% ເມື່ອ ທຽບເປັນລາຍປີ ແລະນໍາເຂົ້າສິນຄ້າເປັນມູນຄ່າລວມ 1,50 ຮ້ອຍຕື້ ເອີໂຣ ຫຼຸດລົງ 14,3% ເມື່ອທຽບກັບເດືອນຕຸລາປີ 2019.