ຫຼີວອີ້ເຟຍກັບແຟຊັນເຄື່ອງ ເພັດຈາກປາຣີສ

  ນາງເອກສາວຫຼີວອີ້ເຟຍ ກັບຮູບພາບຖ່າຍແຟຊັນຫຼ້າສຸດຂອງ CHAUMET ຍີ່ຫໍ້ດັງເຄື່ອງເພັດຈາກປາຣີສ ຊຶ່ງຫຼີວອີ້ເຟຍຫາກໍມີຜົນງານຮູບເງົາກັບຄ່າຍ ດິສນີຄື ເລື່ອງມູ່ຫຼານສ້າງລາຍໄດ້ທົ່ວໂລກໄປບໍ່ໜ້ອຍເລີຍ.
  ຫຼີວອີ້ເຟຍ ອາຍຸ 33 ປີ ເປັນນັກສະແດງຄົນສປ ຈີນສັນຊາດອາເມລິກາລາວມີຊື່ເດີມວ່າ ອັນເຟິງເກີດ ໃນວັນທີ 25 ສິງຫາປີ 1988 ໃນ ເມືອງອູ່ຮັນ ມົນທົນຫູເປີ່ຍຂອງຈີນ ເມື່ອຕອນຍັງນ້ອຍພໍ່ ແລະແມ່ຂອງລາວໄດ້ຕັດສິນໃຈແຍກທາງກັນລາວຈຶ່ງຕ້ອງປ່ຽນຊື່ມາເປັນ ຫຼີວຊີເໝ່ຍຈື້ ໂດຍມີຊື່ຫຼິ້ນວ່າ ຊີຊີ ແລະມີຊື່ເອີ້ນໃນພາສາອັງກິດວ່າ ຄຣີສຕັນໃນອາຍຸ 8 ປີ ລາວໄດ້ເຂົ້າຮ່ວມການປະກວດນາງແບບລຸ້ນນ້ອຍ ແລະຍັງສາມາດຄວ້າລາງວັນຊະນະເລີດພໍຫຼີວອີ້ເຟຍອາຍຸ 10 ປີລາວຕ້ອງຍ້າຍຕາມພໍ່ ແລະແມ່ຂອງລາວໄປຢູ່ອາເມລິກາຫຼັງຈາກນັ້ນບໍ່ດົນຫຼີວອີ້ເຟຍໄດ້ເດີນທາງກັບ ຈີນອີກຄັ້ງໃນອາຍຸ 15 ປີ ແລະໄດ້ເຂົ້າສຶກສາໃນຈີນນັບຕັ້ງແຕ່ນັ້ນມາລາວເລີ່ມມີຜົນງານການສະແດງ ແລະມີຊື່ສຽງໂດ່ງດັງມາຈົນປະຈຸ ບັນ.

----

ໜັງສືພິມ ເສດຖະກິດ-ສັງຄົມ