ໂຮງໝໍທະຫານ ແຂວງອັດຕະປື ສະຫຼຸບວຽກງານຮອບດ້ານ

 ໃນວັນທີ16 ທັນວາ 2020 ໂຮງໝໍທະຫານແຂວງອັດຕະປືໄດ້ຈັດກອງປະຊຸມສະຫຼຸບວຽກງານນຳພາ-ບັນຊາຮອບດ້ານປະຈຳປີ 2020 ແລະວາງທິດທາງແຜນການປີ 2021 ຂຶ້ນທີ່ຫ້ອງປະຊຸມໂຮງໝໍດັ່ງກ່າວໂດຍການເປັນປະທານຂອງ ສະຫາຍ ພັນໂທ ໄຊຍະພອນ ແກ້ວບົວພາສິດຫົວໜ້າຫ້ອງການພະລາທິການທະຫານແຂວງອັດຕະປື, ມີສະຫາຍ ແສງແກ້ວ ມະນີລັດ ຮອງຫົວໜ້າພະແນກເສນາຮັກທະຫານແຂວງ ແລະຄະນະອຳນວຍການໂຮງໝໍທະຫານແຂວງ, ພ້ອມດ້ວຍນາຍ ແລະພົນທະຫານພາຍໃນໂຮງໝໍທະຫານແຂວງເຂົ້າຮ່ວມ.

  ສະຫາຍ ພັນໂທ ນາງ ປະທຸມມອນ ສີນາເພັດ ປະທານກວດກາຄະນະພັກຮອງການເມືອງໂຮງໝໍທະຫານແຂວງໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາໄດ້ຖືເອົາວຽກງານການເມືອງນໍາພາແນວຄິດເປັນບັນຫາສໍາຄັນເຂົ້າໃນການຊີ້ນໍາ-ນໍາພາ ປັບປຸງກໍ່ສ້າງພະນັກງານສະມາຊິກພັກ-ນັກຮົບຢູ່ໃນກົມກອງຂອງຕົນເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ, ຂອງກອງທັບ ແລະບັນດາມະຕິຄໍາສັ່ງຕ່າງໆຂອງກົມກອງວາງອອກ, ປະຕິບັດໄດ້ຢ່າງເຂັ້ມງວດ, ສະແດງອອກໃນ ການປະຕິບັດວຽກງານວິຊາສະເພາະຕົວຈິງ ເປັນຕົ້ນ: ການປິ່ນປົວຄົນເຈັບຊຶ່ງສາມາດກວດພະຍາດຄົນເຈັບເຂດນອກທັງໝົດ 6,4 ພັນກວ່າຄົນ, ຮັບຄົນເຈັບເຂົ້ານອນໂຮງໝໍ 2,3 ພັນກ່ວາຄົນ, ປິ່ນປົວດີ 2,3 ພັນກວ່າຄົນຈາກຜົນງານດັ່ງກ່າວພະນັກງານ ນັກຮົບໃນກອງກົມໂຮງໝໍທະຫານ ແຂວງຈຶ່ງໄດ້ຮັບຜົນງານຍ້ອງຍໍ ປະເພດ I ມີ 35 ສະຫາຍ, ປະເພດ II ມີ 43 ສະຫາຍ ແລະໄດ້ຮັບຫຼຽນໄຊພິລະອາດຫານກະຊວງປ້ອງ ກັນປະເທດຊັ້ນ III ມີ1 ໜ່ວຍ,1 ສະຫາຍ, ຍ້ອງຍໍກົມໃຫຍ່ການເມືອງກອງທັບໂຄງການ 01728 ມີ 8 ສະຫາຍ, ໃບຍ້ອງຍໍລັດຖະມົນຕີກະຊວງປ້ອງກັນປະເທດ ມີ 4 ສະຫາຍ, ຍ້ອງຍໍກົມໃຫ່ຍການເມືອງກອງທັບກວດພະຍາດລາວຈີນປີ 2019 ມີ 13 ສະຫາຍ, ໃບຍ້ອງຍໍຕ້ານພະຍາດໂຄວິດ-19 ມີ 19 ສະຫາຍ, ຍ້ອງຍໍກອງບັນຊາການທະຫານແຂວງປະຕິບັດໜ້າທີ່ໂຄງການ 01728 ມີ 23 ສະຫາຍ.

  ຕອນທ້າຍສະຫາຍ ພັນໂທ ໄຊຍະພອນ ແກ້ວບົວພາສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານທີ່ຄະນະພັກ-ຄະນະບັນຊາການ, ພະນັກງານໂຮງໝໍທະຫານແຂວງຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ໂຮງໝໍທະຫານແຂວງ ຈົ່ງຍົກສູງໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ດີຂຶ້ນເປັນກ້າວໆ, ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກເພື່ອແນ່ໃສ່ສ້າງພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ,ຕິດພັນກັບການຊອກຮູ້ຮໍ່າຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນກວ່າເກົ່າ,ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາແນວທາງປ່ຽນແປງໃໝ່ຂອງພັກ-ລະບຽບກົດໝາຍຂອງລັດ, ຮູ້ຈັກຈັດຕັ້ງເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂບັນຫາຂໍ້ຄົງຄ້າງ, ດ້ານປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນເພື່ອແນ່ໃສ່ສ້າງໃຫ້ກົມກອງມີທ່າກ້າວຂະ ຫຍາຍຕົວເຂັ້ມແຂງທັນສະໄໝ ແລະປອດໃສ, ປອດໄພ, ປອດຄະດີ, ຕາມແນວທາງຂອງພັກ ແລະລັດຖະບານວາງອອກ.

---------

ຂ່າວ: ວັດທະນາ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ