ຊາວກະສິກອນ ເມືອງແກ້ວອຸດົມ ຕົກກ້າໄດ້ແລ້ 30%

  ການຜະລິດເຂົ້ານາແຊງຂອງຊາວກະສິກອນ ເມືອງແກ້ວ ອຸດົມແຂວງວຽງຈັນ ສົກປີ 2020-2021 ນີ້ ຄາດຈະສູ້ຊົນຜະລິດໃຫ້ໄດ້ 330 ເຮັກຕາ, ຊຶ່ງປະຈຸບັນລົງ ມືຕົກກ້າໄດ້ແລ້ວ 30% ແລະຄາດວ່າຈະໃຫ້ສຳເລັດການຕົກກ້າ ແລະໄຖຮຸ່ນໃນເດືອນມັງກອນ ປີ 2021.

   ທ່ານ ກົງໃຈ ພົມມະຈັນ ຫົວໜ້າໜ່ວຍງານປູກຝັງຫ້ອງການກະສິກຳ ແລະປ່າໄມ້ ເມືອງແກ້ວອຸດົມ ໄດ້ລາຍງານຕໍ່ກັບຜູ້ສື່ຂ່າວວ່າ: ການຜະລິດພືດລະດູແລ້ງສົກປີ 2020-2021 ນີ້ ຫ້ອງການກະສິກຳ ແລະປ່າໄມ້ເມືອງແກ້ວອຸດົມມີແຜນປູກເຂົ້ານາແຊງໃຫ້ໄດ້ 330 ເຮັດຕາ ສະມັດຕະພາບຜົນຜະລິດແມ່ນຈະໃຫ້ໄດ້ 3,3 ໂຕນ ຕໍ່ເຮັກຕາ, ສະເລ່ຍຜົນຜະລິດຕໍ່ປີ ຈະໃຫ້ໄດ້ 1.089 ໂຕນ, ສະເລ່ຍເຂົ້າເປືອກຕໍ່ຫົວຄົນຈະໃຫ້ໄດ້ 360 ກິໂລຕໍ່ຄົນຕໍ່ປີ; ສຳລັບແນວພັນເຂົ້າທີ່ນຳມາປູກແມ່ນແນວພັນ ເຂົ້າປັບປຸງທ່າດອກຄຳ 8, ມາຮອດປະຈຸບັນນີ້ຊາວກະສິກອນທົ່ວເມືອງໄດ້ລົງມືຕົກກ້າສຳເລັດແລ້ວ 30%, ໄຖຮຸ່ນໄດ້ 70-80% ແລະຄາດວ່າຈະໃຫ້ສຳເລັດການຕົກກ້າ ແລະໄຖຮຸ່ນໃນເດືອນມັງກອນ ປີ 2021.

  ນອກຈາກປູກເຂົ້ານາແຊງແລ້ວຊາວກະສິກອນທົ່ວເມືອງແກ້ວອຸດົມຍັງໄດ້ປູກພືດສຳຮອງໃນລະດູແລ້ງຕື່ມອີກເຊັ່ນ: ສາລີຫວານ, ໝາກກ້ວຍ, ໝາກຖົ່ວ, ໝາກອຶ, ໝາກບວບ ແລະພືດອື່ນໆ ໃນເນື້ອທີ່ທັງໝົດ 400 ເຮັກຕາ ແລະສະມັດຕະພາບຜົນຜະລິດໃຫ້ໄດ້ 4,5-6 ໂຕນຕໍ່ເຮັກຕາຕໍ່ປີ.