ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ໄຂສົກຮຽນໃໝ່

  ວັນທີ 17 ທັນວາ ຜ່ານມາ ທີ່ໂຮງຮຽນວິຊາຊີບແຂວງໄຊສົມບູນ ໄດ້ຈັດພິທີເປີດໂຮງຮຽນ ແລະໄຂສົກຮຽນໃໝ່ 2020-20 21 ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ,ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ,ມີຫົວໜ້າພະແນກສຶກສາ ແລະກີລາແຂວງ, ພະ ແນກການອ້ອມຂ້າງແຂວງ, ຜູ້ອໍານວຍການສະຖານອາຊີວະສຶກສາ, ຄູ-ອາຈານ-ນັກຮຽນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ໂອກາດນີ້ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາໃຫ້ຮູ້ວ່າ: ແຂວງໄຊສົມບູນໂດຍຫຍໍ້ຊຶ່ງໄດ້ເລີ່ມແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ປີ 2017 ມາຮອດປີ 2019 ພາຍຫຼັງໄດ້ຮັບອະນຸມັດນໍາໃຊ້ທີ່ດິນແລ້ວຄະນະກົມອາຊີວະສຶກສາ ແລະ ສະຖານອາຊີວະສຶກສາໄດ້ລົງສໍາຫຼວດອາຄານສະຖານທີ່ເພື່ອປະເມີນ ແລະ ດໍາເນີນການສ້ອມ ແປງ ໂດຍນໍາເອົານັກຮຽນ-ນັກສຶກສາປີສຸດທ້າຍ ແລະຄູ-ອາຈານ ຂອງວິທະຍາໄລເຕັກນິກອາຊີວະສຶກສາລົງຝຶກງານພາກປະຕິບັດຕົວຈິງ ເພື່ອສ້ອມແປງອາຄານຕ່າງໆ ຊຶ່ງປະກອບມີ: ອາຄານບໍລິຫານ 1 ຫຼັງ, ອາຄານຮຽນ 1 ຫຼັງ, ຫໍພັກນັກສຶກສາ 2 ຫຼັງ, ຫ້ອງນໍ້າ 2 ຫຼັງ, ພ້ອມດ້ວຍເຮືອນຄົວ ແລະຫ້ອງອາຫານສຳເລັດ, ສະນັ້ນໃນ ປີ 2020 ສືບຕໍ່ສ້ອມແປງຫໍພັກນັກສຶກສາອີກ 2 ຫຼັງ,ຫໍພັກຄູ 1 ຫຼັງ,ຫ້ອງຝຶກປະຕິບັດສາຂາກະສິກໍາໃໝ່ 1 ຫຼັງ, ຫ້ອງນໍ້າອີກ 1 ຫຼັງ ແລະໄດ້ຂຸດໜອງປາໄດ້ 1 ໜອງ ສ່ວນງົບປະມານໃນການກໍ່ສ້າງແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຖານອາຊີວະສຶກສາ ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ອາຊີວະສຶກສາໄລຍະທີ່ສອງຂອງທະນາຄານພັດທະນາອາຊີລວມມູນຄ່າທັງໝົດ 400 ລ້ານກີບ ພ້ອມກັນນັ້ນກົມອາຊີວະສຶກສາກໍໄດ້ລະດົມ ແລະ ຈັດສັນພະນັກງານຄູ-ອາຈານຈາກສະຖານອາຊີວະສຶກສາໄປປະຈໍາການຢູ່ໂຮງຮຽນວິຊາຊີບແຂວງໄຊສົມບູນຊຶ່ງປະຈຸບັນມີພະນັກງານຄູ-ອາຈານທັງໝົດ 13 ຄົນ, ຍິງ 3 ຄົນ ໃນສົກຮຽນ 20 19-2020 ໄດ້ຈັດການຮຽນ-ການສອນ ແລະຝຶກອົບຮົມວິຊາຊີບສໍາເລັດແລ້ວ 4 ຊຸດ, ລວມມີນັກຮຽນທັງໝົດ 190 ກວ່າຄົນ, ຍິງ 84 ຄົນ ຊຶ່ງປະກອບມີສາຂາວິຊາຊີບຄື: ຕັດຫຍິບ, ສ້ອມແປງລົດຈັກ, ຊ່າງໄຟຟ້າໃນອາຄານ, ປູກພືດ ແລະກໍ່ໂບກ-ເບຕົງ.

 ທ່ານ ແດງ ປະທຸມທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ປະກອບສ່ວນສ້າງໂຮງຮຽນວິຊາຊີບແຂວງໄຊສົມບູນສຳເລັດຊຶ່ງມັນຈະເປັນສະຖານທີ່ສ້າງວິຊາຊີບ, ພັດທະນາສີມືແຮງງານ, ສ້າງວຽກເຮັດງານທຳໃຫ້ກັບຊາວແຂວງໄຊສົມບູນໄດ້ມີວິຊາຊີບທີ່ສາມາດສ້າງລາຍໄດ້ລ້ຽງຕົນເອງ ແລະຄອບຄົວໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະຫຼຸດພົ້ນຄວາມທຸກຍາກອອກເທື່ອລະກ້າວ.