ເຜີຍແຜ່ອະນຸສັນຍາ ກ່ຽວກັບຂໍ້ກຳນົດເງື່ອນໄຂສຸຂະນາໄມພືດ

   ກົມປູກຝັງກະຊວງກະສິກໍາ ແລະປ່າໄມ້ຮ່ວມກັບພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊຈັດກອງປະຊຸມເຜີຍແຜ່ອະນຸສັນຍາກ່ຽວກັບຂໍ້ກໍານົດເງື່ອນໄຂສຸຂະນາໄມພືດສໍາລັບການສົ່ງອອກໄປຕ່າງປະເທດຂຶ້ນໃນວັນທີ 18 ທັນວາ 2020 ທີ່ແຂວງອຸດົມໄຊ ໂດຍມີທ່ານ ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ,ກະຊວງກະສິກໍາ ແລະປ່າໄມ້ ແລະທ່ານ ຄຳພອນ ມູນລະໄມ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງອຸດົມໄຊ ແລະມີຫ້ອງວ່າການປົກຄອງແຂວງ, ສະພາປະຊາຊົນແຂວງ,ພ້ອມທັງນັກທຸລະກິດພາກເອກະຊົນຜູ້ປະກອບການຜະລິດມັນດ້າງເພື່ອສົ່ງອອກຈາກ ສປປ ລາວ ໄປຍັງ ສປ ຈີນ, ຜູ້ປະກອບ ການຜະລິດພືດເປັນສິນຄ້າເພື່ອສົ່ງອອກ ແລະ ຜູ້ຕາງໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຜົ້ງສາລີເຂົ້າຮ່ວມນຳ.

  ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອສ້າງຄວາມເຂົ້າໃຈຢ່າງຖືກຕ້ອງດ້ານວິຊາການໃຫ້ແກ່ຜູ້ເຂົ້າຮ່ວມກ່ຽວກັບນະໂຍບາຍ, ຂະບວນການ ແລະຂັ້ນຕອນການສົ່ງອອກ ມັນດ້າງຈາກ ສປປ ລາວ ໄປຍັງ ສປ ຈີນ ຕາມອະນຸສັນຍາດັ່ງກ່າວພ້ອມທັງເປີດກວ້າງປຶກສາຫາລືສະພາບການສົ່ງອອກມັນດ້າງໄປຕ່າງປະເທດໂດຍສະເພາະ ສປ ຈີນ. ທ່ານ ສຸລາພອນ ອິນທະວົງ ໄດ້ເຜີຍແຜ່ອະນຸສັນຍາກ່ຽວກັບຂໍ້ກໍານົດເງື່ອນໄຂສຸຂະນາໄມພືດສຳລັບການສົ່ງອອກພືດໄປຕ່າງປະເທດໂດຍສະເພາະແມ່ນ ສປ ຈີນ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານສຸຂະນາໄມພືດ ແລະນະໂຍບາຍສະໜັບສະໜູນ, ຈຸດປະສົງຂອງອະນຸສັນຍາ, ເງື່ອນໄຂ, ຂະບວນການ ແລະຂັ້ນຕອນ ຂອງການສົ່ງອອກພືດໄປຕ່າງປະເທດໂດຍສະເພາະແມ່ນ ສປ ຈີນ, ໃນນັ້ນ ທ່ານ ນາງ ທັດສະນະລີ ສະພັງທອງ ຮັກສາການຫົວໜ້າພະແນກກັກກັນພືດກົມປູກຝັງກະ ຊວງກະສິກໍາ ແລະປ່າໄມ້ໄດ້ເຜີຍແຜ່ຄຳແນະນຳຂອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ສະລັບເລກທີ 1753/ກປ, ລົງວັນທີ 25 ສິງຫາ 2020 ກ່ຽວກັບການ ຂຶ້ນທະບຽນສະຖານທີ່ປະກອບການຜະລິດສໍາລັບການສົ່ງອອກພືດ, ຜະລິດຕະພັນພືດ ແລະວັດຖຸຕ້ອງຄວບຄຸມຈຸດປະສົງ ແລະຂັ້ນຕອນຂອງການຂຶ້ນທະບຽນສະຖານທີ່ປະກອບການຜະລິດຊຶ່ງເປັນເງື່ອນໄຂໜຶ່ງໃນຂະບວນການຂັ້ນຕອນການຜະລິດພືດເພື່ອສົ່ງອອກໄປຕ່າງປະເທດໂດຍສະເພາະແມ່ນ ສປ ຈີນ ເພື່ອໃຫ້ມີຂໍ້ມູນວິຊາການຂອງພື້ນທີ່ການຜະລິດພືດ ແລະສາມາດກວດສອບຄືນໄດ້ຕາມຫຼັກການຄ້າສາກົນ ແລະສຸຂະນາໄມພືດ.