ສະພາ ຮັບຮອງການແຕ່ງຕັ້ງຮອງເຈົ້າແຂວງສະຫວັນນະເຂດ

ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດໄດ້ລົງມະຕິກ່ຽວກັບການສະເໜີຂອງອົງການປົກຄອງແຂວງສະຫວັນນະເຂດໃນການຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງອົງການປົກຄອງແຂວງ, ຊຶ່ງໃນນັ້ນປະກອບດ້ວຍ: ການແຕ່ງຕັ້ງຮອງເຈົ້າແຂວງ ແລະ ປະທານອົງການກວດກາລັດແຂວງ, ໂດຍການສະເໜີຂອງທ່ານເຈົ້າແຂວງສະຫວັນນະເຂດໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີ I.

ໃນໂອກາດດັ່ງກ່າວທ່ານ ສັນຕິພາບ ພົມວິຫານ ໄດ້ສະເໜີມາດຖານ, ເງື່ອນໄຂຂອງຜູ້ທີ່ຈະດຳລົງຕຳແໜ່ງ, ຈາກນັ້ນກໍ່ໄດ້ສະເໜີການແຕ່ງຕັ້ງຮອງເຈົ້າແຂວງ 2 ທ່ານຄື: ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ເປັນຮອງເຈົ້າແຂວງຮັບຜິດຊອບວຽກງານເສດຖະກິດ, ແຕ່ງຕັ້ງທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ, ເປັນຮອງເຈົ້າແຂວງຮັບຜິດຊອບວຽກງານວັດທະນະທຳ-ສັງຄົມພ້ອມນັ້ນ, ກໍ່ຍັງໄດ້ສະເໜີແຕ່ງຕັ້ງທ່ານ ລຳທອງ ຂອບສີລາວົງ ຄະນະປະຈຳພັກແຂວງເປັນປະທານອົງການກວດກາລັດແຂວງ.

  ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ການສະເໜີແຕ່ງຕັ້ງບຸກຄະລາກອນຂອງທ່ານເຈົ້າ ແຂວງພ້ອມທັງໄດ້ຮັບຮອງເອົາບັນດາທ່ານທີ່ຖືກແຕ່ງຕັ້ງດ້ວຍຄະແນນສຽງຢ່າງເປັນເອກະສັນ.