ກອງປະຊຸມຄົບຄະນະບໍລະຫານພັກ ແຂວງຊຽງຂວາງ

  ກອງປະຊຸມດໍາເນີນຊີວິດການເມືອງຕີລາຄາຄຸນນະພາບປະເພດໜ່ວຍພັກ, ສະມາຊິກພັກປະຈໍາປີ 2020 ຂອງຄະນະພັກຮາກຖານພະແນກພະລັງງານ ແລະບໍ່ແຮ່ແຂວງບໍ່ແກ້ວ, ໄດ້ຈັດຂຶ້ນໃນວັນ ທີ 21 ທັນວາ 2020 ທີ່ລັດວິສາຫະກິດໄຟຟ້າລາວສາຂາແຂວງບໍ່ແກ້ວ, ໂດຍການເປັນປະທານຂອງສະຫາຍ ຄຳແຍງ ຄອນໄຊຍະກິດເລຂາຄະນະພັກຮາກຖານຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງບໍ່ແກ້ວ, ມີບັນດາເລຂາ-ຮອງເລຂາໜ່ວຍພັກ, ແຂກຮັບເຊີນ ແລະສະມາຊິກພັກເຂົ້າຮ່ວມ.
      ສະຫາຍ ຄຳແຍງ ຄອນໄຊຍະກິດ ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການສໍາຫຼວດຕີລາຄາຄືນຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານໄລຍະໜຶ່ງປີຜ່ານມາ, ໂດຍສະ ເພາະແມ່ນການປະຕິບັດໜ້າທີ່ການເມືອງ ແລະວິຊາສະເພາະຂອງຄະນະພັກຮາກຖານ,ຄະນະໜ່ວຍພັກ,ສະມາຊິກແຕ່ລະສະຫາຍທີ່ໄດ້ຮັບມອບໝາຍ,ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ສູນກາງພັກກໍ່ຄືກອງປະຊຸມໃຫຍ່ອົງຄະນະພັກແຂວງວາງອອກເປັນຕົ້ນ: ທາງດ້ານຄຸນທາດການເມືອງ ແລະຄຸນ ສົມບັດສິນທຳປະຕິວັດ,ທາງດ້ານແນວຄິດ,ທາງດ້ານສະຕິຕໍ່ການຈັດຕັ້ງ ແລະລະບຽບວິໄນຂອງພັກ,ທາງດ້ານແບບແຜນການນໍາພາ ແລະວິທີເຮັດວຽກ,ທາງດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ, ດ້ານອ່ອນ-ຂໍ້ຄົງ ຄ້າງ ແລະວິທີແກ້ໄຂຂອງຄະນະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກ.


  ໃນກອງປະຊຸມໄດ້ຮັບຟັງ ແລະປະກອບຄໍາຄິດ, ຄຳເຫັນຕໍ່ກັບບົດສຳຫຼວດການນຳພາລວມ,ຂອງຄະນະພັກຮາກຖານ,ຂອງບັນດາໜ່ວຍພັກ ແລະບົດສະຫຼຸບການຊີ້ນຳ - ນຳພາ ແລະທິດທາງແຜນການຂອງບັນດາໜ່ວຍພັກ, ຄຽງຄູ່ກັນ ນັ້ນຍັງໄດ້ຕີລາຄາຄຸນນະພາບ ແລະແບ່ງປະເພດໜ່ວຍພັກ, ສະມາ ຊິກພັກປະຈຳປີ 2020 ແລະຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2021 ຂອງບັນດາໜ່ວຍພັກເຊິ່ງມັນຈະເປັນຄາດໝາຍບັນດາໜ້າທີ່ຕ່າງໆ ທີ່ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກຈະຕ້ອງໄດ້ອອກແຮງຊີ້ນຳ-ນໍາພາຈັດຕັ້ງປະຕິບັດໃນຕໍ່ໜ້າ ສະຫາຍ ຄຳແຍງ ຄອນໄຊສະກິດ ເຊື່ອໝັ້ນວ່າກອງປະຊຸມດຳເນີນຊີວິດການເມືອງຄັ້ງນີ້ຈະປະສົບຜົນສໍາເລັດ ແລະມີບັນຍາກາດອັນດີໃນການປະກອບຄໍາຄິດ,ຄໍາເຫັນຕໍ່ກັບບົດສໍາຫຼວດການນຳພາລວມຂອງຄະນະພັກຮາກຖານ, ຂອງບັນດາໜ່ວຍພັກ ແລະບົດສະຫຼຸບການຊີ້ນຳ-ນໍາພາ ແລະທິດທາງແຜນ ການຂອງບັນດາໜ່ວຍພັກ, ບົດສຳຫຼວດຜົນງານປະຈຳປີ ແລະການປະກອບຄຳຄິດຄຳເຫັນເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນດ້ວຍຄວາມຈິງໃຈ ພ້ອມກັນກ້າວໜ້າເຮັດສຳເລັດໜ້າທີ່ໆໄດ້ຮັບມອບໝາຍ.

---------

ຂ່າວ: ຄຳພັນ ແກ້ວມະນີ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ