ສຶກສາເມືອງລະມາມໄຂກອງປະຊຸມໃຫຍ່

 ກອງປະຊຸມໃຫຍ່ຄັ້ງທີ I ຂອງຄະນະພັກຮາກຖານຫ້ອງການສຶກສາທິການ ແລະກີລາ ເມືອງລະມາມ ໄດ້ໄຂຂຶ້ນໃນວັນທີ 18 ທັນວາ 2020 ທີ່ສະໂມສອນເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວໄລ ວິໄລວົງ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງລະມາມ,ທ່ານ ນາງ ພອນໄພ ສີວິໄລ ຫ້ອງການສຶກສາທິການ ແລະກີລາເມືອງມີບັນດາຄະນະພັກຮາກຖານພະແນກການກ່ຽວຂ້ອງແຂວງ, ຄະນະໜ່ວຍພັກອ້ອມຂ້າງເມືອງພ້ອມດ້ວຍສະມາຊິກພັກພະນັກງານຄູ-ອາຈານເຂົ້າຮ່ວມ.

  ກອງປະຊຸມດັ່ງກ່າວຈະໄດ້ຮັບຟັງບົດລາຍງານການຊີ້ນຳໆພາໄລຍະ 5 ປີ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ, ຮັບຟັງການຜ່ານບົດສຳຫຼວດການຊີ້ນຳໆພາລວມຂອງຄະນະພັກຮາກຖານຊຸດເກົ່າພ້ອມກ່າວລາໜ້າທີ່ຕຳແໜ່ງໃນກອງປະຊຸມໄດ້ຜ່ານມະຕິຕົກລົງຮັບຮອງໂຄງປະກອບຄະນະພັກຮາກຖານຊຸດໃໝ່ ແລະຜ່ານມາດຖານເງື່ອນໄຂຂອງຜູ້ທີ່ສະໝັກເພື່ອຊອກຫາຜູ້ທີ່ຈະສືບຕໍ່ໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິທິພາບສູງກວ່າເກົ່າຊຶ່ງມີຜູ້ສະໝັກ ທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍຈາກນັ້ນບັນດາສະມາຊິກພັກພະນັກງານຄູ-ອາຈານກໍ່ໄດ້ມີການໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກີລາ ຊຸດໃໝ່ໃນກອງປະຊຸມຄັ້ງປະຖົມມະເລີກໄດ້ເຫັນດີເປັນເອກະພາບຕາມຄະແນນສຽງໂດຍເລືອກເອົາ ທ່ານ ນາງ ພອນໄພ ສີວິໄລ ຫົວໜ້າຫ້ອງການສຶກສາ ທິການ ແລະກີລາເມືອງເປັນເລຂາຄະນະພັກຮາກຖານ, ທ່ານ ພອນໄຊ ແສນສິນບັນດິດ ເປັນຮອງເລຂາ, ທ່ານ ບຸນເພັງ ວົງພະຈັນ ເປັນກຳມະການປະທານກວດກາຄະນະພັກຮາກຖານ ແລະເຫັນດີເລືອກເອົາທ່ານ ໄຊຍາ ສີຄູນໄຊ, ທ່ານ ນາງ ທັດດາວັນ ໂສພາລັກເປັນຄະນະພັກຮາກຖານ.

  ໂອກາດນີ້, ກໍ່ໄດ້ຮັບຟັງການໂອ້ລົມຂອງ ທ່ານ ບົວໄລ ວິໄລວົງ ໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ຕະຫຼອດຮອດບັນດາພະນັກງານຄູ-ອາຈານສະມາຊິກພັກຈົ່ງພ້ອມກັນສືບ ຕໍ່ເຮັດພາລະບົດບາດ,ສິດ ແລະໜ້າທີ່ໃຫ້ມີຜົນສຳເລັດສູງ, ຍົກສູງເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ,ຄະນະໜ່ວຍພັກ, ຄະນະຫ້ອງການ,ກໍ່ຄືຄະນະອຳນວຍ ການໃຫ້ມີຄວາມເປັນເອກະພາບຢ່າງໜັກແໜ້ນ ແລະ ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ 5 ຫຼັກມູນ 3 ຂໍ້ແຂ່ງຂັນຂອງການສຶກສາໂດຍຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວຄູ-ອາຈານ ແລະໝູ່ນ້ອງນັກຮຽນໃຫ້ຫຼຸດໜ້ອຍຖອຍລົງ.