ເສດຖະກິດ ແຂວງອັດຕະປື ຂະຫຍາຍຕົວບໍ່ໄດ້ຕາມແຜນການ

 ໂດຍອີງຕາມການລາຍງານຂອງທ່ານ ສຸນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງອັດຕະປື ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອັດຕະປືຊຸດທີ I ໃນເຊົ້າວັນທີ 22 ທັນວາ 2020 ນີ້ວ່າ: ໃນປີ 2020 ແຂວງອັດຕະປື ໄດ້ວາງຄາດໝາຍການຂະຫຍາຍຕົວຂອງເສດຖະ ກິດໄວ້ເບື້ອງຕົ້ນໃນລະດັບ 8% ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນບໍ່ບັນລຸຕາມແຜນການສາເຫດຕົ້ນຕໍ່ກໍ່ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19, ໂດຍອີງຕາມການປະເມີນຂອງສູນສະຖິຕິປະຈໍາແຂວງ, ເຫັນວ່າເສດຖະກິດຂອງແຂວງຂະຫຍາຍຕົວພຽງ 4,6%, ສ້າງມູນຄ່າຕາມລາຄາໃນປີໄດ້ 2.974  ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 18 ລ້ານກວ່າກີບ ຫຼືເທົ່າກັບ 2 ພັນກວ່າໂດລາ.

  ທ່ານ ສຸນະຄອນ ແກ້ວວຽງຄໍາ ຍັງໄດ້ກ່າວຕື່ມວ່າ: ການຂະຫຍາຍຕົວເສດຖະກິດຂອງແຂວງອັດຕະປືໃນແຕ່ລະຂົງເຂດມີຄື: ຂະແໜງກະສິກໍາຂະຫຍາຍຕົວ 2,4% ກວມເອົາ 23,39% ຂອງຈີດີພີ, ເຖິງວ່າບໍ່ບັນລຸຕາມແຜນການກໍ່ຕາມແຕ່ເຫັນວ່າຂະແໜງການນີ້ມີທ່າຂະຫຍາຍຕົວດີພໍສົມຄວນຍ້ອນແຮງງານທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ 19 ບໍ່ສາມາດປະກອບອາຊີບໄດ້, ຈຶ່ງຫັນໄປສູ່ການຜະລິດກະສິກໍາຊຶ່ງແຂວງອັດຕະປືມີທ່າແຮງຢູ່ແລ້ວໃນນີ້ຄາດຄະເນຜົນຜະລິດກະສິກໍາຂະຫຍາຍຕົວ 1,7% ການປູກຝັງ, ລ້ຽງສັດ ແລະການປະມົງຂະຫຍາຍຕົວ 1,7%, 2,1% ແລະ 7,4% ຕາມລໍາດັບ, ສ່ວນປ່າໄມ້ແມ່ນຕິດລົບ 29%, ຂະແໜງອຸດສາ ຫະກໍາຂະຫຍາຍຕົວ 9,9% ກວມເອົາ 39,74% ຂອງຈີດີພີ, ປັດໄຈຫຼັກທີ່ສົ່ງຜົນໃຫ້ຂະແໜງອຸດສາຫະກໍາຂະຫຍາຍຕົວ ມາຈາກອຸດສະຫະກໍາປຸງແຕ່ງຂະຫຍາຍຕົວ 14% ການກໍ່ສ້າງຂະຫຍາຍຕົວ 12,8% ແລະພະລັງງານໄຟຟ້າຂະຫຍາຍຕົວ 4,5%, ຂະແໜງບໍລິການຂະຫຍາຍຕົວ 7% ກວມເອົາ 23,39% ຂອງຈີດີພີ, ຊຶ່ງຂະແໜງການນີ້ກໍ່ແມ່ນອີກຂະແໜງໜຶ່ງທີ່ໄດ້ຮັບຜົນກະທົບໜັກຈາກການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນວຽກງານການທ່ອງທ່ຽວ ແລະຂະແໜງການທີ່ຕິດພັນກັບການທ່ອງທ່ຽວເປັນຕົ້ນໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຫຼຸດລົງເຖິງ 30%, ດ້ານໄປສະນີໂທລະຄົມມະນາຄົມຂະຫຍາຍຕົວພຽງ 1,2% ແລະການຂາຍຍົກ-ຂາຍຍ່ອຍຂະຫຍາຍຕົວພຽງ 4,6%.

----------------

ຂ່າວ: ວັດທະນາ ,ັດຕະປື

ຮູບພາບໜັງສືພິມເສດຖະກິດ-ສັງຄົມ