ອັດຕະປືເກັບລາຍຮັບເຂົ້າງົບປະມານ ໄດ້ 125,57 ຕື້ກີບ

  ທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປືໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ10 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ I ທີ່ໄດ້ໄຂຂຶ້ນໃນວັນທີ 22 ທັນວາຜ່ານມາກ່ຽວກັບການຈັດຕັ້ງແຜນງົບປະມານແຫ່ງລັດປະຈຳປີ 20 20 ແລະ ທິດທາງແນການປະຈຳ ປີ 2021 ນີ້ວ່າ: ສຳລັບປີ 2020 ການຈັດຕັ້ງປະຕິບັດລາຍຮັບງົປະມານທັງໝົດ 125,57 ຕື້ກີບ ເທົ່າກັບ 97,82% ຂອງແຜນດັດແກ້ໃນນີ້ລາຍຮັບຈາກສູນກາງປະຕິບັດໄດ້ 37,77 ຕື້ກີບເທົ່າກັບ 75, 37% ຂອງແຜນດັດແກ້ລາຍຮັບທ້ອງຖິ່ນປະຕິບັດໄດ້ 87,79 ຕື້ກີບ ລື່ນແຜນ 12% (ແຜນດັດແກ້ 78, 25 ຕື້ກີບ) ລາຍຮັບດຸ່ນດ່ຽງຈາກສູນກາງ 220,75ຕື້ກີບ ໃນນີ້ສ່ວຍສາອາກອນປະຕິບັດໄດ້ 73, 54 ຕື້ກີບພາສີປະຕິບັດໄດ້ 36,05 ຕື້ກີບແລະຊັບສິນຂອງລັດປະຕິບັດໄດ້ 15,97 ຕື້ກີບ ປະຕິບັດລາຍຈ່າຍ 306,3 ຕື້ກີບ.

   ທ່ານ ຄຳເຜີຍ ໂສມຖາວອນ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຈະໄດ້ສືບຕໍ່ເພີ່ມທະວີສຶກສາອົບຮົມແນວຄິດ-ການເມືອງ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນໃນຂະແໜງການເງິນຢ່າງເປັນປົກກະຕິເລິກເຊິ່ງ ແລະກວ້າງຂວາງແນໃສ່ເຮັດໃຫ້ພະນັກງານກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ສາມາດນຳໄປຂະຫຍາຍໃຫ້ເປັນລະອຽດເຂົ້າໃນວຽກງານວິຊາສະເພາະຕົວຈິງຊຶ່ງປະຕິບັດຕາມແຈ້ງແຜນງົບປະມານແຫ່ງລັດຂອງກະຊວງການເງິນສະບັບເລກທີ 3525/ກງ ໃຫ້ແຂວງອັດຕະປືຈັດເກັບລາຍຮັບລວມທັງໝົດໃນປີ 2021 ແມ່ນ 133,58 ຕື້ກີບ, ລາຍຮັບສູນກາງ 35,07 ຕື້ກີບ, ລາຍຮັບຂອງແຂວງ 98,51 ຕື້ກີບ ແລະການປະຕິບັດລາຍຈ່າຍ 292,12 ຕື້ກີບ.

--------------

ຂ່າວ: ສຸດໃຈ ໄຊຍະບຸນຮາຍ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ