ເສດຖະກິດແຂວງຫົວພັນຂະຫຍາຍຕົວໃນລະດັບ 3,93%

   ປີ 2020 ຖືເປັນປີໜຶ່ງທີ່ສ້າງຄວາມທ້າທາຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງໂລກຂອງຊາດກໍຄືຂອງແຂວງຫົວພັນໂດຍສະເພາະແມ່ນສະພາບເສດຖະກິດ-ການເງິນຂໍ້ຂັດແຍ່ງທາງດ້ານການຄ້າລະຫວ່າງປະເທດມະຫາອຳນາດບັນຫາໄພພິບັດທາງທຳມະຊາດ ແລະ ພະຍາດລະບາດໂຄວິດ-19. ແຕ່ດ້ວຍຄວາມບຸກບືນຂອງທຸກພາກສ່ວນ,ທຸກຂະແໜງການ,ທ້ອງຖິ່ນຕະຫຼອດຮອດປະຊາຊົນພາຍໃນແຂວງຫົວພັນພາຍໃຕ້ການນຳພາ-ຊີ້ນຳອັນຖືກຕ້ອງຂອງອົງການປົກຄອງແຂວງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 3,39%.

ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງຫົວພັນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຫົວພັນເມື່ອວັນທີ 21 ທັນ ວາ 2020 ໃຫ້ຮູ້ວ່າ: ໃນປີ 2020ຍອດຜະລິດຕະພັນພາຍໃນ (GDP) ບັນລຸ 3.302 ຕື້ກີບ,ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 10,6 ລ້ານກວ່າກີບຕໍ່ຄົນຕໍ່ປີ, ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 3,39% ທຽບໃສ່ແຜນ ການປີບໍ່ບັນລຸຄາດໝາຍ 2,61% ແລະໂຄງປະກອບເສດຖະກິດມີການຫັນປ່ຽນໃນທ່າອຽງຄື: ຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 2, 03% ກວມເອົາ 56,66% ຂອງ GDP, ຂະແໜງອຸດສະຫະກຳເພີ່ມຂຶ້ນ 6,76% ກວມເອົາ 22,27% ຂອງ GDP ແລະຂະແໜງບໍລິການເພີ່ມຂຶ້ນ 5,79% ຂອງ GDP ໃນນັ້ນສະພາບການດ້ານເສດຖະກິດຂອງແຂວງແບ່ງຕາມຂະແໜງການໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນຂະແໜງກະສິກຳໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປູກ ຝັງ ແລະລ້ຽງສັດຊຶ່ງເປັນທ່າແຮງຫຼັກໃນການພັດທະນາເສດຖະກິດຂອງແຂວງ, ມາຮອດປະຈຸບັນມີເນື້ອທີ່ປູກຝັງທັງໝົດ 54.070 ເຮັກຕາຜົນຜະລິດໄດ້ 226.966 ໂຕນ.

  ຂະແໜງພະລັງງານ-ບໍ່ແຮ່ສາ ມາດສ້າງຕາຂ່າຍໄຟຟ້າເຂົ້າເຖິງບ້ານປະຊາຊົນສຳເລັດ 19 ບ້ານ ໃນປີ 2020 ເຮັດໃຫ້ອັດຕາການຊົມໃຊ້ໄຟຟ້າເຂົ້າເຖິງບ້ານໄດ້ 92, 03%,ອັດຕາການຊົມໃຊ້ໄຟຟ້າຄົວເຮືອນກວມ 83,82%,ຂຸດຄົ້ນ ແລະຈໍາໜ່າຍຫີນເຂົ້າໃນການກໍ່ສ້າງປະເພດຕ່າງໆໄດ້ 27.968 ແມັດກ້ອນຂະແໜງຊັບພະຍາ ກອນທໍາມະຊາດ-ສິ່ງແວດລ້ອມໄດ້ຄຸ້ມຄອງຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມຂອງບັນດາໂຄງການລົງທຶນຂອງລັດ-ເອກະຊົນບໍ່ໃຫ້ມີຜົນກະທົບຫຼາຍ ແລະພິສູດຫຼັກຖານອອກໃບຕາດິນໄດ້ 6.0 83 ຕອນຂະແໜງວິທະຍາສາດ-ເຕັກໂນໂລຊີໄດ້ກວດກາຄຸນນະພາບນໍ້າມັນເຊື້ອໄຟລົດບັນທຸກໄດ້ 5,07 ລ້ານລິດ ແລະຍັງໄດ້ສໍາເລັດການຈັດພິທີມອບ-ຮັບໃບຢັ້ງຢືນຖິ່ນກຳເນີດຜ້າໄໝມ້ອນຫົວພັນ.

   ຂົງເຂດການບໍລິການ, ມາຮອດປະຈຸບັນມີເສັ້ນທາງຄົມມະນາຄົມທີ່ສາມາດທຽວໄດ້ສອງລະດູກວມເອົາ 60,88% ຂອງລວງຍາວເສັ້ນທາງທັງໝົດສາມາດຜະລິດນໍ້າປະປາໄດ້ 1.912.966 ແມັດກ້ອນ, ມູນຄ່າສົ່ງອອກສິນຄ້າບັນລຸ 3,24 ລ້ານໂດລາມູນຄ່າການນໍາເຂົ້າ6,69 ລ້ານໂດລາ, ຂາດດູນການຄ້າ 3,45 ລ້ານໂດລາ, ມູນຄ່າການຈໍລະຈອນສິນຄ້າຂາຍຍ່ອຍໄດ້ 522,91 ຕື້ກີບ, ມູນຄ່າການຈໍລະຈອນສິນຄ້າຂາຍຍົກປະຕິບັດໄດ້ 77,20 ຕື້ກີບ ແລະ ມີ 90, 25% ຂອງຈຳນວນບ້ານທັງໝົດມີສັນຍານໂທລະສັບມືຖືໃຊ້.

  ທ່ານເຈົ້າແຂວງຫົວພັນໃຫ້ຮູ້ຕື່ມອີກວ່າ: ຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນປະຈຳປີ 20 21 ແມ່ນເພື່ອຜັນຂະຫຍາຍແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຕາມ 5 ທ່າແຮງຂອງແຂວງໂດຍເລັ່ງໃສ່ດ້ານການປູກຝັງ, ການລ້ຽງສັດ, ຫັດຖະກໍາ, ການທ່ອງ ທ່ຽວ ແລະພະລັງງານໄຟຟ້າຊຶ່ງໄດ້ກຳນົດເອົາ 5 ທາງອອກ, 5 ນະໂຍບາຍ ແລະ 5 ມາດຕະການ,ຄາດວ່າໝົດ ປີ 2021ລວມຍອດຜະລິດຕະພັນພາຍໃນ (GDP) ຈະໃຫ້ບັນລຸ 3.475 ຕື້ກວ່າກີບ, ລາຍຮັບສະເລ່ຍຕໍ່ຫົວຄົນຈະໃຫ້ໄດ້ 11,09 ລ້ານກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.232 ໂດລາ ຕໍ່ຄົນຕໍ່ປີດ້ວຍຈັງຫວະອັດຕາການຂະ ຫຍາຍຕົວທາງດ້ານເສດຖະກິດຈະຢູ່ໃນລະດັບ 5,14% ແລະ ໂຄງປະກອບເສດຖະກິດຈະໃຫ້ມີການຫັນປ່ຽນຄື: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 3,60% ກວມ ເອົາ 54,75% ຂອງ GDP, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 8, 30% ກວມເອົາ 23,44% ຂອງ GDP ແລະຂະແໜງບໍລິການເພີ່ມຂຶ້ນ 5,99% ກວມເອົາ 21,81% ຂອງGDP.

   ເພື່ອຮັບປະກັນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2021 ຂອງຫົວພັນໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ນັ້ນ, ອົງການປົກຄອງແຂວງຫົວພັນ ໄດ້ວາງ 9 ມາດຕະ ການໃນການຈັດຕັ້ງປະຕິບັດເຊັ່ນ ວ່າ: ສຶບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງໃຫ້ມີຄວາມ ສະຫງົບ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍປອດໄພ, ມີຄວາມ ຍຸຕິທໍາ, ເພີ່ມທະວີຕ້ານ ແລະສະ ກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນ ສັງຄົມໃຫ້ນັບມື້ຫຼຸດລົງ ທຸກພາກສ່ວນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງແຜນພັດ ທະນາເສດຖະກິດ-ສັງຄົມ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ກໍາ ນົດໄວ້, ພ້ອມກັນນັ້ນຕ້ອງແບ່ງ ຄວາມຮັບຜິດຊອບກັນໃຫ້ລະອຽດ ເພື່ອໃຫ້ສອດຄ່ອງກັບແຜນການທີ່ ວາງໄວ້, ບົນພື້ນຖານຕ້ອງຖືເອົາ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX (2021-20 25) ມາເປັນບ່ອນອີງໃນການຈັດ ຕັ້ງປະຕິບັດ ເພີ່ມທະວີການຄຸ້ມ ຄອງເສດຖະກິດ, ຫຼຸດຜ່ອນການຂາດດູນງົບປະມານໃຫ້ຢູ່ໃນລະ ດັບທີ່ເຫມາະສົມຕາມແຜນການ, ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດທີ່ໄດ້ອະນຸມັດໄປແລ້ວນັ້ນໃຫ້ປະຕິບັດຕາມສັນຍາ, ຖືກຕ້ອງຕາມເຕັກນິກການກໍ່ສ້າງ, ມີປະສິດຕິຜົນ ແລະໃຫ້ໄດ້ດໍາເນີນ ໄປດ້ວຍຄວາມຖືກຕ້ອງຕາມລະ ບຽບກົດໝາຍ ແລະສອດຄ່ອງ ຕາມມະຕິສະພາແຫ່ງຊາດຮັບຮອງ ເພື່ອຫຼີກລຽງການສ້າງໜີ້ສິນເພີ່ມ ຂຶ້ນໃນຕໍ່ໜ້າ; ຕັ້ງໜ້າຂົນຂວາຍດຶງດູດນັກລົງທຶນທັງພາຍໃນ ແລະຕ່າງປະເທດເພື່ອເຂົ້າມາລົງທຶນພາຍໃນແຂວງໃຫ້ຫຼາຍຂຶ້ນ, ປັບປຸງ-ຈັດຕັ້ງປະຕິບັດການບໍລິການ ຜ່ານປະຕູດຽວ, ອໍານວຍຄວາມສະດວກດ້ານຂໍ້ມູນ, ນະໂຍບາຍການລົງທຶນໃຫ້ມີປະສິດທິຜົນສູງແນ ໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນໃນດ້ານຕ່າງໆໃຫ້ມີຄວາມວ່ອງໄວ ແລະໂປ່ງໃສຍິ່ງຂຶ້ນ, ເອົາໃຈໃສ່ໃນການຍາດແຍ່ງເອົາທຸກການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຍຸດທະຍາດ, ຄູ່ຮ່ວມພັດທະນາຕ່າງໆເຂົ້າມາພັດທະນາແຂວງຫົວພັນນັບມື້ຫຼາຍຂຶ້ນ.

  ພ້ອມທັງສ້ອມແປງບັນດາໂຄງການທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ເອົາໃຈໃສ່ໃນການເຝົ້າລະວັງໄພພິບັດທາງທໍາມະຊາດ ແລະການລະບາດຂອງເຊື້ອພະຍາດຕ່າງໆທີ່ອາດຈະເກີດຂຶ້ນເພື່ອຈະໄດ້ແກ້ໄຂໃຫ້ທັນສະພາບການ;ເອົາໃຈໃສ່ຊຸກຍູ້, ຕິດຕາມຄຸ້ມຄອງການເກັບລາຍຮັບພາສີ-ອາກອນ, ການຄ້າຂາຍ-ການບໍລິການ, ການດໍາເນີນທຸລະກິດຂອງບັນດາຫົວໜ່ວຍ-ຫ້າງຮ້ານໃຫ້ສືບຕໍ່ດໍາເນີນການເຄື່ອນໄຫວເພື່ອເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍເອົາໃຈໃສ່ຊຸກຍູ້,ຕິດຕາມວຽກງານການປູກຝັງ-ການລ້ຽງສັດ ແລະວຽກງານອື່ນໆໃນ 2021 ໃຫ້ບັນລຸຕາມແຜນການທີ່ກໍານົດໄວ້ເພື່ອຕອບສະໜອງໃນການຊົມໃຊ້ພາຍໃນ ແລະສົ່ງອອກ, ຊຸກຍູ້, ສົ່ງເສີມ, ເພີ່ມທະວີການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

-------------

ຂ່າວ: ໄອແກ້ວ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ