ໄອຢູ ບໍລິຈາກເງິນ 100 ລ້ານວອນ ຊ່ວຍນັກຂຽນທຸກຍາກ

  ມູນນິທິເດັກແຫ່ງສ. ເກົາຫຼີ ເປີດເຜີຍວ່ານັກຮ້ອງ-ນັກສະແດງສາວ ໄອຢູ ໄດ້ບໍລິຈາກເງິນ 100 ລ້ານວອນ ເພື່ອຊ່ວຍເຫຼືອເດັກນ້ອຍນັກຂຽນທີ່ຕ້ອງການຄວາມຊ່ວຍເຫຼືອໂດຍເງິນຂອງລາວນັ້ນຈະໄປຊ່ວຍເຫຼືອເລື່ອງຄ່າໃຊ້ຈ່າຍຂອງເດັກນ້ອຍທີ່ຄອບຄົວມີລາຍໄດ້ຕໍ່າລວມທັງເປັນຄ່າຮຽນໃຫ້ພວກເຂົາໃນລະດັບມະຫາວິທະຍາໄລ.
  ໄອຢູນັ້ນ ໄດ້ເອື້ອເຟື້ອດ້ວຍການບໍລິຈາກ ແລະສະໜັບສະໜູນອົງການກຸສົນຢູ່ຕະຫຼອດ ແລະໃນ 5 ເດືອນກ່ອນລາວກໍບໍລິຈາກເງິນ 100 ລ້ານວອນ ເພື່ອຊ່ວຍເຫຼືອຜູ້ປະສົບໄພ ແລະອີກ 100 ລ້ານວອນ ເພື່ອຊື້ເສື້ອຫຼຸດອຸນຫະພູມໃຫ້ກັບເຈົ້າໜ້າທີ່ສາທາລະນາສຸກທີ່ເຮັດວຽກແນວໜ້າອີກ 50 ລ້ານວອນ ຊ່ວຍຈັດຫາເຄື່ອງຊ່ວຍຟັງ ແລະອີກ 50 ລ້ານວອນເພື່ອຊ່ວຍເຫຼືອແມ່ລ້ຽງດ່ຽວ.

----

ໜັງສືພິມ ເສດຖະກິດ-ສັງຄົມ