ໂທລະສັບມືຖືຕົກນໍ້າ ຫຼືນ້ໍາເຂົ້າ ເຂົ້າສານຊ່ວຍໄດ້

  ເຂົ້າສານສາມາດດູດຄວາມຊື້ມຈາກໂທລະສັບທີ່ຕົກນ້ໍາໄດ້ຫາກໃຜເຮັດໂທລະສັບມືຖືຕົກນ້ໍາແນະນຳວ່າໃຫ້ຮີບຫຢິບຂຶ້ນມາທັນທີ່ແລ້ວຖອດແບັດເຕີຣີອອກຈາກເຄື່ອງຈາກນັ້ນກໍໃສ່ໄວ້ໃນຖັງເຂົ້າສານຖິ້ມເອົາໄວ້ 1 ຄືນເຂົ້າສານ ຈະຊ່ວຍດູດຄວາມຊື້ນໃນມືຖືໄດ້ຫຼາຍເຖິງ 80% ເປັນເຕັກນິກເບື້ອງຕົ້ນທີ່ຈະຊ່ວຍຫຼຸດຄວາມເສຍຫາຍໄດ້ເປັນຢ່າງຫຼາຍບໍ່ແນະນຳໃຫ້ໃຊ້ ເຄື່ອງເປົ່າເພາະຈະເຮັດໃຫ້ອຸປະກອນພາຍໃນໂດນຄວາມຮ້ອນ ແລະເສຍຫາຍໄດ້ງ່າຍ.
  ນອກຈາກນັ້ນເຂົ້າສານຍັງສາມາດຊ່ວຍເຮັດຄວາມສະອາດເຄື່ອງບົດກາເຟໄດ້ອີກດ້ວຍພຽງເຮົານຳເຂົ້າສານລົງໃນເຄື່ອງບົດກາເຟຫຼັງຈາກນັ້ນກໍເປີດເຄື່ອງໃຫ້ ເຮັດວຽກເປັນປົກກະຕິເຂົ້າສານຈະຊ່ວຍດູດຊັບນ້ໍາມັນ ແລະຄວາມຊື້ມໄດ້ເປັນຢ່າງດີ.

----

ຮຽບຮຽງໂດຍ: ຟ້າ