ຫຼວງນໍ້າທາ ເສດຖະກິດຂະຫຍາຍຕົວ 7,01%

   ທ່ານ ຄໍາໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາໄດ້ລາຍງານການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປະຈໍາປີ 2020 ແລະທິດ ທາງແຜນການປີ 2021 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີຊຶ່ງແຂວງຫຼວງນໍ້າທາຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງ ສປປ ລາວ, ທິດເໜືອຕິດກັບ ສປ ຈີນ 160 ກິໂລແມັດ,ທິດໃຕ້ຕິດກັບແຂວງບໍ່ແກ້ວ 100 ກິໂລແມັດ,ທິດຕາເວັນອອກຕິດກັບແຂວງອຸດົມໄຊ 250 ກິໂລແມັດ ແລະທິດຕາ ເວັນຕົກຕິດກັບປະເທດ ມຽນມາ 159 ກິໂລແມັດ, ມີເນື້ອ ທີ່ເຂດພູດອຍກວມ 85%, ປະກອບ ມີ 5 ເມືອງ, 45 ກຸ່ມບ້ານ, 353  ບ້ານ, 35.110 ຄົວເຮືອນ, ມີປະຊາກອນທັງໝົດ 193.096 ຄົນ, ຍິງ 97.139 ຄົນ, ມີ 17 ຊົນເຜົ່າ, ມີ 1 ເຂດເສດຖະກິດພິເສດ, ມີ 4 ດ່ານໃນນີ້ດ່ານສາກົນ 1 ດ່ານ.

   ໃນປີ 2020 ເສດຖະກິດກໍ່ໄດ້ຮັບການພັດທະນາ, ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະຖືກທິດສະເລ່ຍໃນລະດັບ 7,01% ຕໍ່ປີ, ທຽບໃສ່ແຜນການຫຼຸດ 2,18%,ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3.114 ຕື້ກີບ ເທົ່າກັບ 96,89% ຂອງແຜນການປີ, ສະເລ່ຍລາຍຮັບຕໍ່ຫົວຄົນປະຕິບັດໄດ້ 1.897 ໂລດາຕໍ່ຄົນຕໍ່ປີ ຫຼືເທົ່າກັບ 16,13 ລ້ານກີບຕໍ່ຄົນຕໍ່ປີ, ທຽບໃສ່ແຜນການປີປະຕິບັດໄດ້ 96,89%, ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນນີ້ດ້ານວຽກງານກະສິກໍາ-ປ່າໄມ້ ແລະການປະມົງມູນຄ່າ 1.555 ຕື້ກີບກວມເອົາ49,95% ຂອງ (GDP),ອຸດສາຫະກໍາມູນຄ່າ 634,58 ຕື້ກີບ ກວມເອົາ 28, 15% ຂອງ (GDP),ການບໍລິການມູນຄ່າ 876,68 ຕື້ກີບ, ກວມເອົາ 28,15% ຂອງ (GDP), ດ້ານພາສີ-ອາກອນມູນຄ່າ 47,58 ຕື້ກີບ ກວມເອົາ 1,53% ຂອງ (GDP) ແລະໄດ້ລະດົມທຶນເຂົ້າ ໃສ່ການພັດທະນາເສດຖະກິດ-ສັງ ຄົມທັງໝົດ 4.077 ຕື້ກີບ,

  ກວມ 34,61% ຂອງ (GDP), ການລົງທຶນຂອງລັດປະຕິບັດໄດ້ 53 ໂຄງການ, ມູນຄ່າ 18,82 ຕື້ ກີບ, ທຶນພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ 7 ໂຄງການ, ມູນຄ່າ 2,25 ຕື້ກີບ, ທຶນຈັດສັນພູມລໍາເນົາ 2 ໂຄງການມູນຄ່າ 0,566 ຕື້ກີບ,ໃນນີ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ປະຕິບັດໄດ້ 12 ໂຄງການ ມູນຄ່າ 189,33 ຕື້ກີບ ແລະ ອົງການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານ (NGOS) 4 ໂຄງການມູນຄ່າ 15,03 ຕື້ກີບ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ (FDI) ປະຕິບັດໄດ້ 315 ໂຄງການມູນຄ່າ 207,93 ຕື້ກີບໃນນີ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ປະຕິ ບັດໄດ້ 12 ໂຄງການ ມູນຄ່າ 189,33 ຕື້ກີບ ແລະອົງການຊ່ວຍ ເຫຼືອທີ່ບໍ່ຂຶ້ນກັບລັດຖະບານ (NG OS) 4 ໂຄງການມູນຄ່າ 15,03 ຕື້ກີບ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ (FDI) ປະຕິບັດໄດ້ 315 ໂຄງການ ມູນຄ່າ 207,93 ຕື້ກີບ ໃນ ນີ້ກິດຈະກໍາສໍາປະທານ 10 ໂຄງການມູນຄ່າ 21,25 ຕື້ກີບ ແລະກິດຈະການທົ່ວໄປ 305 ວິສາຫະກິດ, ມູນຄ່າ 186,68 ຕື້ກີບ. 

   ດ້ານລາຍຮັບງົບປະມານປະຕິບັດໄດ້ 346,65 ຕື້ກີບ ເທົ່າກັບ 69,77% ຂອງແຜນການປີເທົ່າກັບ 94,21% ຂອງແຜນການດັດແກ້, ຄາດຄະເນ 1 ເດືອນທ້າຍປີ ໃຫ້ໄດ້ 32,85 ຕື້ກີບ ລາຍຮັບພຸດສູນກາງປະຕິບັດໄດ້ 267,78 ຕື້ກີບ ເທົ່າກັບ 105,34 ຂອງແຜນການດັດແກ້, ຄາດຄະເນໃຫ້ໄດ້ 23, 40 ຕື້ກີບ, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 78,87 ຕື້ກີບ ເທົ່າກັບ 69,33% ຂອງແຜນການດັດແກ້, ຄາດຄະເນໃຫ້ໄດ້9,44 ຕື້ກີບ, ລາຍ ຮັບຈາກສ່ວຍສາອາກອນ 71, 60 ຕື້ກີບ ເທົ່າກັບ 67,83%, ລາຍຮັບຈາກຄຸ້ມຄອງຊັບສິນຂອງລັດ 7,27  ຕື້ກີບ ເທົ່າກັບ 88,69% ແລະວຽກ ງານອື່ນໆຕື່ມກໍ່ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. 

   ທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານປະຈໍາປີ 2021 ຈະສຶບຕໍ່ຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ 8 ຂອງອົງຄະນະພັກແຂວງ,ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ຂອງແຂວງໃຫ້ປາກົດຜົນເປັນຈິງ,ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ ແລະເປັນໜ້າທີ່ທົ່ວປວງຊົນສຶບຕໍ່ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບບໍ່ໃຫ້ຫຼຸດ 4,15% ລວມຍອດຜະລິດຕະພັນພາຍໃນ (FDI) ໃຫ້ບັນລຸໄດ້ 3.212 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ບັນລຸໄດ້ 1.920  ໂດລາ ແລະອື່ນໆຕື່ມອິກ.

---------------

ຂ່າວ: ມຸນຕີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ