2021 ອັດຕະປື ຕ້ອງການທຶນພັດທະນາ 1,5 ພັນຕື້ກີບ

 ໂດຍອີງຕາມການລາຍງານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປືຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງອັດຕະປືຊຸດທີ 1 ເມື່ອບໍ່ດົນຜ່ານມານີ້ວ່າ: ເພື່ອຮັບປະກັນໃຫ້ເສດຖະກິດຂອງແຂວງອັດຕະປືຂະຫຍາຍຕົວໃນລະດັບບໍ່ໃຫ້ຫຼຸດ 7,5% ຫຼືເທົ່າກັບ 43% ຂອງຈີດີພີ, ດັ່ງນັ້ນໃນປີ 2021 ນີ້ແຂວງອັດຕະປືມີຄວາມຕ້ອງການທຶນເພື່ອການພັດທະນາມີທັງໝົດ 1.500 ຕື້ກວ່າກີບ ໃນນີ້ການລົງທຶນຂອງພາກລັດມີປະມານ 27 ຕື້ກວ່າກີບ ກວມເອົາ 1,84% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາມີປະມານ 75 ຕື້ກີບ ກວມ ເອົາ 4,97% ຂອງທຶນທັງໝົດ, ການລົງທຶນເອກະຊົນທັງພາຍໃນ ແລະຕ່າງປະເທດມີປະມານ 989 ຕື້ກີບ ກວມເອົາ 65,63% ຂອງທຶນທັງໝົດ ແລະສິນເຊື່ອທະນາຄານປະມານ 415 ຕື້ກີບ ກວມເອົາ 27,54% ຂອງທຶນທັງໝົດ.

  ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປືຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ໃນປີ 2021 ແຂວງອັດຕະປືໄດ້ວາງຄາດໝາຍສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ ຫຼືຈີດີພີ ຂະຫຍາຍຕົວບໍ່ໃຫ້ຫຼຸດ 7,5%, ດ້ວຍການສ້າງມູນຄ່າເພີ່ມລາຄາໃນປີໃຫ້ໄດ້ 3.500 ຕື້ກວ່າກີບ, ຄາດຄະເນພົນລະເມືອງໃນປີ 20 21 ມີປະມານ 164.277 ຄົນ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 22, 6 ລ້ານກີບ ຫຼືປະມານ 2.437 ໂດລາສະຫະລັດ ໃນນີ້ຂະແໜງກະສິກໍາປ່າໄມ້ເພີ່ມຂຶ້ນ 4,5% ກວມເອົາ 22,39% ຂອງຈີດີພີ,ຂະແໜງອຸດສາຫະກໍາເພີ່ມຂຶ້ນ 8,39% ກວມເອົາ 38,20% ຂອງຈີດີພີ, ຂະແໜງການບໍລິການເພີ່ມ ຂຶ້ນ 7,72% ກວມເອົາ 39,41% ຂອງຈີດີພີ.

-----------

ຂ່າວ: ວັດທະນາ .ອັດຕະປື

ຮູບພາບໜັງສືພິມເສດຖະກິດ-ສັງຄົມ