ຫຍ້າຂິວ ຊ່ວຍປິ່ນປົວໝາກໄຂ່ຫຼັງອັກເສບ ແລະໄຂ່ຫຼັງຊຸດໂຊມ

  ຫຍ້າຂິວ ເປັນພືດຊະນິດໜຶ່ງທີ່ພົບເຫັນງ່າຍຕາມບ່ອນທົ່ວໆໄປເປັນສະໝຸນໄພທີ່ມີກິ່ນສະເພາະຄົນບູຮານຈະຮູ້ຈັກນຳມາໃຊ້ປະໂຫຍດເປັນຢາຂ້າແມງໄມ້ ແລະເປັນຢາສະໝຸນໄພຊ່ວຍໃນການຫ້າມເລືອດ ໂດຍນຳມາຕຳ ຫຼື ຫຍໍ້າລະອຽດແລ້ວໃຊ້ໂພະບາດແຜໃບຫຍ້າຂິວມີສັບພະຄຸນໃນການຫ້າມເລືອດປະກອບມີສານສຳຄັນຄື: ກົດອະນິສິກ ແລະຟລາໂວນອຍຫຼາຍຊະນິດເຊັ່ນ: ໄອໂຊຊາ ກູຣານິຕິນ ແລະໂອໂດຣາຕິນ, ນໍ້າມັນຫອມລະເຫີຍຊຶ່ງປະກອບໄປດ້ວຍສານຍູພາທອນ, ດູມາລິນ ໂດຍສານສຳຄັນເຫຼົ່ານີ້ຈະເຮັດໃຫ້ເສັ້ນເລືອດຫົດຕົວ ແລະ ຍັງມີກົດໄປກະຕຸ້ນສານທີ່ເຮັດໃຫ້ ເລືອດຢຸດໄວ.
  ນອກນີ້ ຫຍ້າຂິວຍັງສາມາດປິ່ນປົວໝາກໄຂ່ຫຼັງອັກເສບ, ຊຸດໂຊມໄດ້ພຽງນຳເອົາຍອດອ່ອນ ແລະໃບມາຊອຍແລ້ວນຳໄປຕາກ ແດດພໍໃບໂຮບໜ້ອຍໜຶ່ງແລ້ວເອົາໄປຂົ້ວໃຫ້ແຫ້ງນຳມາແຊ່ນໍ້າຮ້ອນກິນຄືຊາຄັ້ງລະຢິບໜ້ອຍໜຶ່ງກິນເຊົ້າລະຈອກກ່ອນອາຫານ (ມື້ລະຈອກ) ພຽງ 30 ມື້ ເຫັນຜົນດີປົກກະຕິເລີຍ.

----

ຮຽບຮຽງໂດຍ: ຟ້າ