ເລື່ອງ ດາບພິຄາດອະສູນສ້າງລາຍໄດ້ສູງສຸດໃນຍີ່ປຸ່ນ

  ຮູບເງົາອະນິເມະຊັບເລື່ອງ Demon Slayer The Movie : Mugen Train ຫຼື ດາບພິຄາດອະສູນ ເດີ ມູຟວີ ເສິກລົດໄຟສູ່ນິຣັນສາມາດຝ່າວິກິດໂຄວິດ-19 ຂຶ້ນແທ່ນຮູບເງົາທີ່ສ້າງລາຍໄດ້ສູງສຸດຂອງຍີ່ປຸ່ນຕະຫຼອດການດ້ວຍຕົວເລກ 32,5 ຕື້ເຢນ ນໍາໜ້າແຊ້ມເກົ່າຄືຮູບເງົາອະນິເມຊັນເລື່ອງ Spirited Away ທີ່ເຄີຍສ້າງໄວ້ໃນປີ 2001 ໄດ້ສຳເລັດ ໂດຍ ໃຊ້ເວລາພຽງ 73 ວັນຈາກການເຂົ້າສາຍເທົ່ານັ້ນ.
  ສື່ Variety ເປີດເຜີຍເຫດຜົນທີ່ເຮັດໃຫ້ເລື່ອງດາບພິຄາດອະສູນ ເດີ ມູຟວີ ເສິກລົດໄຟສູ່ນິຣັນໂດ່ງດັງໃນບ້ານເກີດເພາະປີ 2020 ບໍ່ມີຮູບເງົາຮອນລີວູດລາຍໃຫຍ່ແນວດຽວກັນມາເປັນຄູ່ແຂ່ງຫຼາຍປານໃດລວມເຖິງຄວາມດັງສະບັບກາຕູນທີ່ຄອງໃຈຄົນຍີ່ປຸ່ນທຸກເພດທຸກໄວມານັບຕັ້ງແຕ່ປີ 2016 ພິສູດໄດ້ຈາກຍອດຂາຍຢູ່ທີ່ 120 ລ້ານກອບປີ້ໃນ ທຸກຮູບແບບນັ້ນເອງ.

----

ໜັງສືພິມ ເສດຖະກິດ-ສັງຄົມ