ແອັບເປິ້ນຖືກຟ້ອງທົ່ວເອີຣົບຈາກບັນຫາແບັດເຕີຣີເສື່ອມ

 ຕອນນີ້ກຸ່ມອົງກອນຜູ້ບໍລິ ໂພກໃນເອີຣົບ 5 ແຫ່ງໄດ້ຍື່ນຟ້ອງ Apple ໃນແບນຊິກແອັດສະປາຍ ແລະກຳລັງກຽມຟ້ອງໃນອີຕາລີ ແລະປອກຕຸຍການໃນອີກບໍ່ທໍ່ໃດອາທີດຂ້າງໜ້າຈາກກໍລະນີພົບບັນຫາແບັດເຕີຣີເສື່ອມສະພາບໃນ iPhone ລຸ້ນເກົ່າທີ່ເອີ້ນກັນວ່າບັນຫາ Batterygate.
  ລະບັນຫາBatterygate ເລີ່ມພົບໃນປີ 2018 ໂດຍເກີດກັບ iPhone ລຸ້ນເກົ່າໂດຍສະເພາະ iPhone 6 ແລະiPhone 6s ທີ່ແບັດເຕີຣີເລີ່ມເສື່ອມສະພາບເຮັດໃຫ້ iPhone ປິດຕົວເອງໂດຍບໍ່ຄາດຄິດຈາກນັ້ນ Apple ພະຍາຍາມແກ້ໄຂດ້ວຍການປ່ອຍຊອຟແວຣອອກມາໃຫ້ອັບເດດແຕ່ກໍພົບວ່າປະສິດທິພາບຂອງ iPhone ລຸ້ນເກົ່າເຮັດວຽກຊ້າລົງຈົນກວ່າຈະປ່ຽນແບັດເຕີຣີໃໝ່ບັນຫາແບັດເຕີຣີເສື່ອມເຮັດໃຫ້ໄອໂຟນຖືກຟ້ອງທົ່ວອາເມລິກາແຕ່ຄະດີກໍສິ້ນສຸດລົງແລ້ວເມື່ອເດືອນກໍລະກົດທີ່ຜ່ານມາຫຼັງຈາກແອັບເປິ້ນຍິນດີຈ່າຍຄ່າຊົດເຊີຍໃຫ້ເຈົ້າຂອງໄອໂຟນທີ່ໄດ້ຮັບຜົນກະທົບເປັນຈຳນວນເງິນ 25 ໂດລາສະຫະລັດຕໍ່ iPhone 1 ເຄື່ອງ.
  ສຳລັບຄະດີດຽວກັນທີ່ເກີດຂຶ້ນທົ່ວເອີຣົບ Apple ຖືກຮຽກຄ່າຊົດເຊີຍໃຫ້ເຈົ້າຂອງ iPhone ທີ່ໄດ້ຮັບຜົນກະທົບຢ່າງນ້ອຍ 60 ເອີໂຣຕໍ່ iPhone 1 ເຄື່ອງ.

----

ໜັງສືພິມ ເສດຖະກິດ-ສັງຄົມ