ຫົວຜັກບົ່ວແດງ ຊ່ວຍລ້າງພິດໄດ້

  ຮູ້ບໍ່ວ່າຫົວຜັກບົ່ວແດງມີປະສິດທິພາບໃນການຕໍ່ສູ້ກັບເຊື້ອພະຍາດ, ແບັກທີເຣຍ ແລະຍັງສາມາດຊ່ວຍລ້າງອະໄວຍະວະພາຍໃນຮ່າງກາຍຂອງເຮົາໄດ້ແມ່ນແຕ່ໃນຂະນະທີ່ເຮົາກຳລັງນອນຫຼັບມື້ນີ້ມີເຄັດລັບເບິ່ງແຍງສຸຂະພາບດ້ວຍການນຳຫົວຜັກບົ່ວໃຫຍ່ມາເປັຜູ້ຊ່ວຍໃນການລ້າງຮ່າງກາຍໃຫ້ເຮົາມາເບິ່ງວິທີການກັນເລີຍ.
  ວິທີນໍາໃຊ້: ນຳຫົວຜັກບົ່ວແດງມາຊອຍບາງໆແຕ່ເຈົ້າຕ້ອງແນ່ໃຈກ່ອນວ່າຫົວຜັກບົ່ວແດງທີ່ນຳມາໃຊ້ນັ້ນປອດສານພິດ, ບໍ່ມີຢາຂ້າແມງໄມ້ແລ້ວລ້າງນໍ້າໃຫ້ສະອາດແລ້ວແຊ່ນ້ໍາສະອາດຖິ້ມໄວ້ໄລຍະໜຶ່ງກ່ອນນຳມາຊອຍແລ້ວນຳໄປໃສ່ໄວ້ກ້ອງຝາຕີນກ່ອນໃສ່ຖົງຕີນແລ້ວໃສ່ໄວ້ແບບນັ້ນໝົດຄືນຫົວຜັກບົ່ວແດງຈະຄ່ອຍໆດູດຊຶມຂຶ້ນໄປຈາກຝ່າຕີນແລ້ວຊ່ວຍກະຕຸ້ນທຸກຈຸດທີ່ຢູ່ຕີນທີ່ເຊື່ອມຕໍ່ກັບອະໄວຍະວະພາຍໃນຕ່າງໆໃນຮ່າງກາຍຂອງເຮົາທັງໝົດເພື່ອກະຕຸ້ນການ ເຮັດວຽກງານ ແລະລ້າງສານພິດຕ່າງໆຜ່ານຝາຕີນ, ປາສະຈາກເຊື້ອພະຍາດດ້ວຍກົດຟອດຟໍລິກຈາກຫົວຜັກບົ່ວແດງຈະຖືກດູດຊຶມ ແລະຈະຟອກເລືອດ, ແບັກທີເຣຍ ແລະເຊື້ອພະຍາດຈະຖືກກຳຈັດໄປ ແລະເຮັດໃຫ້ກິ່ນຕີນດີຂຶ້ນ.

----

ຮຽບຮຽງໂດຍ: ຟ້າ