ສນຕ ສະຫຼຸບການຈັດຕັ້ງປະຕິບັດວຽກງານຜ່ານມາ

  ວັນທີ 30 ທັນວາ 2020 ຜ່ານມານີ້,ສະຖາບັນນິເວດວິທະຍາ  ແລະເຕັກໂນໂລຊີ (ສນຕ), ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມສະ ຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020, ແຜນການປະຈຳປີ 2021 ແລະສະຫຼຸບໂຄງການ 1 ພະແນກສູນ 1 ຜະລິດຕະພັນເປັນກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກວຕ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ,ກົມ, ສະຖາບັນພາຍໃນ ກວຕ ພ້ອມດ້ວຍພະນັກງານຂອງສະຖາບັນດັ່ງກ່າວ.

  ທ່ານ ຄຳແພງ ໂພທິຈິດໂຕ ຮອງຫົວໜ້າ ສນຕ ໄດ້ຜ່ານບົດສະຫຼຸບປະຈຳປີ 2020 ແລະທິດທາງແຜນການປີ 2021 ວ່າ: ໃນໄລຍະ 1 ປີຜ່ານມາ ສນຕ ສາມາດຍາດຜົນງານໄດ້ຫຼາຍດ້ານເຊັ່ນ: ວຽກງານຄົ້ນຄວ້າ ແລະ ພັດທະນາໄດ້ສຶກສາຊະນິດພັນພືດຜັກທຳມະຊາດທີ່ເປັນອາຫານຢູ່ 6 ແຂວງພາກເໜືອ ຈຳນວນ 506 ຊະ. ນິດ,ຄົ້ນຄວ້າຫຍິບຕົວແບບພືດແຫ້ງ,ຊັບຊ້ອນຕົວແບບຊາກພືດແຫ້ງຫາຊື່ວິທະຍາສາດ ແລະບັນທຶກຂໍ້ມູນເຂົ້າໃນໂປຣແກຣມເພື່ອຄຸ້ມຄອງ ແລະເກັບຮັກສາໄວ້ໄດ້ຈຳນວນ 60 ຕົວຢ່າງ; ຄົ້ນຄວ້າອະນຸລັກບັນທຶກໄວ້ໃນເຮືອນຮົ່ມເຊັ່ນ: ພືດເປັນອາຫານ, ດອກເຜີ້ງທີ່ເປັນຢາ ແລະໄມ້ປະດັບ, ຂະຫຍາຍຊະນິດແນວພັນພືດຈາກການເພາະລ້ຽງເນື້ອເຍື່ອເປັນຕົ້ນບອນສີ 9 ຊະນິດ, ດອກເຜີ້ງປ່າ, ໝາກຫຸ່ງພັນດີ,ພືດນໍ້າ, ມັນຂາໄກ່ (ໂສມດາກຈິງ) ແລະສຶກສາວິທີການອະນຸບານພືດກິນແມງໄມ້, ສຶກສາຄົ້ນຄວ້າສູດອາຫານໃນການເພາະລ້ຽງຖັງເຊົ່າໄດ້ 6 ສູດ, ສຶກສາຄົ້ນຄວ້ານໍ້າໝັກຊີວະພາບແລັກໂຕ ບາຊີລັດ, ເຕັກນິກການປຸງແຕ່ງກະທຽມດຳ,ເຊື້ອຣາທາຍໂກຣໍເດີມາເພື່ອໃຊ້ໃນການຄວບຄຸ້ມເຊື້ອພະຍາດພືດ, ຄົ້ນຄວ້າປຸງແຕ່ງຝຸ່ນບົ່ມຊີວະພາບໄດ້ 4 ຜະລິດຕະພັນ; ສຶກສາຂະຫຍາຍເຊື້ອເຫັດປ່າ,ສຶກສາຄົ້ນຄວ້າເຕັກນິກການປຸງແຕ່ງຜະລິດ ຕະພັນສັດໄດ້ 5 ສູດ, ເຕັກນິກການເຮັດສະຕາບສັດແຫ້ງ 1 ສູດ; ສຶກສາຄົ້ນຄວ້າເຕັກນິກກິນລ້ຽງມອນ-ລ້ຽງມ້ອນ ແລະການປຸງແຕ່ງຊາໃບມອນ, ຊາຂີ້ມອນ,ສະກັດນໍ້າມັນຫອມລະເຫີຍຈາກພືດ.

  ສຳລັບໂຄງການ 1 ພະແນກ/ສູນ 1 ຜະລິດຕະພັນ, ມີ 11 ໂຄງການຍ່ອຍລວມມີ 10 ກວ່າຜະລິດພັນຄື: ຄົ້ນຄວ້າການປູກໄມ້ປະດັບ ແລະດິນປູກສຳເລັດຮູບເປັນສິນ ຄ້າ, ຄົ້ນຄວ້າສ້າງຝຸ່ນບົ່ມຊີວະພາບໂດຍການສ້າງຫົວເຊື້ອໝັກຈຸລິນຊີ EM ແລະຫົວເຊື້ອ Trichodermasp ຄວບຄຸມສາເຫດການເກີດຂອງພະຍາດພືດ, ຄົ້ນຄວ້າການຖອດຮີດນໍ້າມັນຫອມລະເຫີຍຈາກພືດ, ແປຮູບເປັນສະເປໄລ່ຍຸງ ແລະ ອື່ນໆ, ຄົ້ນຄວ້າຂະຫຍາຍພັນດອກໄມ້ປະດັບ ແລະ ພືດໃຫ້ໝາກຈາກເນື້ອເຍື່ອເປັນສິນ ຄ້າ, ສ້າງຄູ່ມືການເຂົ້າເຖິງແບ່ງປັນຜົນປະໂຫຍດໃນການນຳໃຊ້ພັນທຸກຳແບບສະເໜີພາບດ້ານການຄ້າ, ສ້າງເວບໄຊ໌ ສນຕ, ຄົ້ນຄວ້າການປຸງແຕ່ງ ແລະ ຫຸ້ມຫໍ່ຜະລິດ ຕະພັນສັດເປັນສິນຄ້າ, ຄົ້ນຄວ້າການເຮັດສັດແຫ້ງ (ສະຫຼາບ) ໃກ້ຈະສູນພັນ, ຄົ້ນຄວ້າສ້າງຜະລິດຕະພັນຊາໃບມອນ, ຄົ້ນຄວ້າວິທີການສົ່ງເສີມ ແລະບໍລິການຜົນການຄົ້ນຄວ້າ-ພັດທະນາ ແລະຄົ້ນຄວ້າສ້າງຂໍ້ກຳນົດການຄຸ້ມຄອງບໍລິຫານຂອງ ສນຕ.

 ສ່ວນວຽກງານຮ່ວມມືພາຍໃນ ແລະຕ່າງປະເທດໄດ້ສຳເລັດການເຊັນບົດບັນທຶກຮ່ວມມືວ່າດ້ວຍການຄົ້ນຄວ້າແລະທົດລອງຜະລິດຕະພັນເຫຼົ້າ 90 ໃນ ສປປ ລາວ ຮ່ວມກັບບໍລິສັດເຫຼົ້າລາວຈຳກັດ, ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ, ຮ່ວມມືການປູກມອນ-ລ້ຽງມ້ອນກັບບໍລິສັດສອງມືນາງ, ພ້ອມກັນນັ້ນ, ຍັງໄດ້ຮ່ວມມືກັບ ສປ ຈີນ ເຊັ່ນ: ມະຫາວິທະຍາໄລຊູໂຈ, ສວນພຶກສາສາດສິບສອງພັນນາ, ສວນພຶກສາສາດຮົງກົງ ແລະອື່ນໆ.

  ສຳລັບທິດທາງແຜນການປີ 2021 ແມ່ນສືບຕໍ່ການຜັນຂະຫາຍຜົນສຳເລັດໃນການສ້າງຜະລິດຕະພັນຈາກການຄົ້ນຄວ້າອອກສູ່ສັງຄົມໃຫ້ຫຼາຍຂຶ້ນເປັນຕົ້ນແມ່ນສະກັດນໍ້າມັນຫອມລະເຫີຍຈາກໝາກຂີ້ຫູດ, ຫົວສີໄຄເພື່ອໃຫ້ໄດ້ປະລິມານເພີ່ມຂຶ້ນ, ການອະນຸລັກພືດສົດໄວ້ໃນເຮືອນຮົ່ມເຊັ່ນ: ພືດເປັນຢາ, ພືດເປັນອາຫານ,ດອກເຜີ້ງທີ່ເປັນຢາ ແລະໄມ້ປະດັບ, ຂະຫຍາຍຊະນິດແນວພັນພືດອື່ນໆຈາກການເພາະລ້ຽງເນື້ອເຍື່ອ, ຕິດຕາມຜົນການທົດລອງປູກພືດໂດຍນຳໃຊ້ຝຸ່ນໝັກໃບໄມ້ເພື່ອສຶກສາຄ່າອັດຕາຄວາມເໝາະສົມການນຳໃຊ້ຝຸ່ນກັບແຕ່ລະຊະນິດພືດ, ດຳເນີນການຄົ້ນຄວ້າທົດລອງສູດອາຫານໃນການເພາະລ້ຽງເຊື້ອຖັງເຊົ່າ ແລະ ຕິດຕາມຜົນຂອງການຄົ້ນຄວ້າ; ການອະນຸລັກດອກເຜີ້ງປ່າທີ່ໄດ້ຈາກການເພາະລ້ຽງເນື້ອເຍື່ອຈຳນວນ 30 ຊະນິດຢູ່ເຮືອນອະນຸບານ ແລະສືບຕໍ່ສຶກສາການຄົ້ນຄວ້າວິທີການຂະຫຍາຍພັນພືດນໍ້າຈຳນວນ 9 ຊະນິດ,ສືບຕໍ່ກະກຽມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາຄົ້ນຄວ້າການປຸງແຕ່ງຜະລິດຕະພັນພືດເປັນຢາຮ່ວມກັບບໍລິສັດເຫຼົ້າມິດຕະພາບຈຳກັດ.