ຫຼຸດຊື່ Pixel XE ມືຖືຈາກກູເກິລທີ່ຮອງຮັບ 2 ຊິມ ອາດຈະເປີດໂຕແລ້ວ

  ທີ່ຜ່ານມາກູເກິລໄດ້ມີການ ເປີດໂຕ Pixel 4a, 4a 5G ແລະ Pixel 5 ທີ່ຈັດວ່າ ເປັນມືຖືລຸ້ນໃຫຍ່ທັງໝົດລ້ວນແຕ່ເປັນມືຖືທີ່ເອີ້ນວ່າ ມີລາຄາທີ່ເໝາະສົມກວ່າປີທີ່ແລ້ວແຕ່ຖ້າໃຜຄິດວ່າກູເກິລເປີດໂຕໝົດແລ້ວອາດຈະຕ້ອງຄິດໃໝ່ເພາະເວັບໄຊ Gizchina ໄດ້ເຜີຍພາບ ແລະຂໍ້ມູນຂອງມືຖື Google Pixel XE ອອກມາ.
  ໂດຍພາບທີ່ເຫັນມີພຽງດ້ານໜ້າຂອງເຄື່ອງສັງເກດວ່າກ້ອງໜ້າ ຈະຢູ່ທາງກາງແຕ່ບໍ່ສາມາດບອກໄດ້ວ່າເປັນກ້ອງລອຍ ຫຼື ມີ Notch ໄດ້ທັງນັ້ນສິ່ງທີ່ບອກໄດ້ຈາກພາບນີ້ຄືມັນຈະຮອງຮັບ 2 SIM ພ້ອມກັບສາມາດໃຊ້ງານ NFC ໄດ້ .
ທັງນີ້ບໍ່ໄດ້ບອກວ່າມືຖືລຸ້ນນີ້ ຈະໃຊ້ສະເປກຫຍັງແຕ່ຖ້າພາບອອກມາແບບນີ້ກໍມີຄວາມເປັນໄປໄດ້ວ່າ Pixel XE ອາດວາງຈຳໜ່າຍໃນທ້າຍປີນີ້ ຫຼື ຕົ້ນປີໜ້າກໍເປັນໄດ້.

----

ໜັງສືພິມ ເສດຖະກິດ-ສັງຄົມ