ອະດີດນາງງາມຟິລິບປິນ ເສຍຊີວິດແລ້ວ

  ນາງ Christine Angelica Dacera ແອໂຮສະເຕສສາຍການບິນຟິລິບປິນແອລາຍ ແລະອະດີດນາງງາມຮອງອັນດັບໜຶ່ງຂອງຟິລິບປິນປີ 2017 ອາຍຸ 23 ປີ ຖືກພົບເປັນສົບທີ່ໂຮງແຮມໃນເຂດມາກາຕິນະຄອນຫຼວງມະນິລາ.
  ລາຍງານລະບຸວ່າອະດີດນາງງາມຢູ່ກັບເພື່ອນໆຫຼາຍຄົນໃນງານສະຫຼອງວັນປີໃໝ່ຕຳຫຼວດສັນນິຖານວ່າ ລາວອາດຖືກວາງຢາ ແລະຖືກຂົ່ມຂືນຫຼັງຈາກກວດພົບອະສຸຈິໃນອະໄວຍະເພດຕາມຮ່າງກາຍມີຮອຍບາດ ໂດຍ ຜູ້ຕ້ອງສົງໄສເປັນຊາຍ 11 ຄົນ ທີ່ມີຄົນເຫັນວ່າ ຢູ່ກັບລາວໃນວັນທີ່ລາວເສຍຊີວິດ ຊຶ່ງຜູ້ບັນຊາການຕຳຫຼວດແຫ່ງຊາດກ່າວວ່າພວກເຂົາກຳລັງຍື່ນຟ້ອງຄະດີຂົ່ມຂືນຊົ່ວຄາວເນື່ອງຈາກຍັງບໍ່ໄດ້ຮັບຜົນການຊັນນະສູດສົບ ແລະຜົນທາງພິດວິທະຍາທີ່ມີກຳນົດອອກໃນວັນທີ 6 ມັງກອນແຕ່ຢືນຢັນວ່າ ຜູ້ເສຍຊີວິດມີບາດແຜ ແລະມີອະສຸຈິໃນອະໄວຍະວະເພດພ້ອມທັງກ່າວຕື່ມວ່າອະດີດຮອງນາງງາມຟິລິບປິນມີປັດໄຈທີ່ນໍາໄປສູ່ຂໍ້ສັນນິຖານວ່າຖືກຂົ່ມຂືນຫຼ້າສຸດເຈົ້າໜ້າທີ່ຕຳ ຫຼວດສາມາດຈັບກຸມໄດ້ 3 ຄົນ ແລະຍັງຢູ່ລະຫວ່າງຊອກຫາຜູ້ຕ້ອງສົງໄສອີກ 8 ຄົນ ຈາກເຫດການດັ່ງກ່າວເຮັດໃຫ້ເກີດແຮັກແທັກຂຶ້ນເປັນອັນ ດັບ 1 ໃນທະວິດເຕີຂອງຟິລິບປິນເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ກັບການເສຍຊີວິດຂອງລາວ.

----

ໜັງສືພິມ ເສດຖະກິດ-ສັງຄົມ