ໃບຂີ້ເຫຼັກ ຊ່ວຍຫຼຸດໄຂມັນຫຸ້ມຫົວໃຈໄດ້

  ຖ້າທ່ານເປັນຄົນຕຸ້ຍແນ່ນອນແລ້ວໃນຮ່າງກາຍຕ້ອງມີໄຂມັນຫຼາຍ ແລະໃນຮ່າງກາຍກໍ່ເຕັມໄປດ້ວຍໄຂມັນໂດຍສະເພາະທີ່ມັກມີບັນຫາໜັກແມ່ນຫົວໃຈຖ້າມີໄຂມັນຫຸ້ມຫຼາຍຈະເຮັດໃຫ້ເຮົາຫາຍໃຈບໍ່ສະບາຍສະນັ້ນ, ໃນຄໍລ້ໍາສາລະໜ້າຮູ້ມື້ນີ້ຈຶ່ງນຳສະໝຸນໄພນີ້ມາເຜີຍແຜ່ໃຫ້ທຸກຄົນໄດ້ແບ່ງປັນຕໍ່ໆເພື່ອທຸກຄົນໄດ້ຮຽນຮູ້.
  ວິທີນໍາໃຊ້: ກົກຂີ້ເຫຼັກ ຫຼື ເອົາລຳຕົ້ນທາງໃນ (ປອກເປືອກ) ແລ້ວມາຟັກຕາກແດດສາມແດດເມື່ອທ່ານກຽມໄດ້ຮຽບຮ້ອຍແລ້ວກໍ່ເອົາມາຕົ້ມເທື່ອລະກຳມືໃສ່ນ້ໍາ 1 ລິດ ຕົ້ມໃຫ້ຟົດປະມານ 20 ນາທີຫຼັງຈາກຕົ້ມໄດ້ແລ້ວທ່ານກໍ່ເອົາແພຂາວສະອາດມາຕອງເອົາແຕ່ນໍ້າ ແລ້ານໍາມາດື່ມເຊົ້າ-ສວຍ-ແລງກ່ອນອາຫານດື່ມຄັ້ງລະຈອກແລ້ວໄຂມັນຫຸ້ມຫົວໃຈ, ໄຂມັນໃນເສັ້ນເລືອດ ແລະລົດຄວາມຕຸ້ຍຄວາມດັນຕັງຊົ້ງກໍ່ຈະຄ່ອຍຫຼຸດຕາມມາ.

----

ຮຽບຮຽງໂດຍ: ຟ້າ