ວິທີເຮັດຫຍ້າໝັກໃຫ້ສັດລ້ຽງໃນລະດູແລ້ງ

  ຫຍ້າໝັກໝາຍເຖິງການບົ່ມພືດອາຫານສັດຕ່າງໆດ້ວຍສາລີ, ເຟືອງ, ພືດຫຍ້າ ແລະພືດຕະກູນຖົ່ວອາຫານສັດທີ່ເກັບກ່ຽວໃນໄລຍະທີ່ໃຫ້ຜົນຜະລິດ ແລະຄຸນຄ່າທາງອາຫານທີ່ເໝາະສົມ ແລະນໍາມາໝັກໃນສະພາບທີ່ບໍ່ມີອາກາດ (ໝັກແລ້ວບໍ່ໃຫ້ອາກາດເຂົ້າ) ໂດຍການເກັບຮັກສາໄວ້ໃນສະພາບໝັກດອງ ຊຶ່ງເກີດຈາກການເຮັດວຽກຂອງຈຸລິນຊີທີ່ຕິດມາກັບໃບພືດເຮັດໃຫ້ຫຍ້າໝັກມີລັກ ສະນະຂ້ອນຂ້າງສົ້ມເມື່ອພືດອາຫານສັດໄດ້ກາຍເປັນຫຍ້າໝັກຈະສາມາດເກັບຮັກສາໄວ້ໃຫ້ສັດກິນໃນລະດູທີ່ຂາດແຄນອາຫານສັດໄດ້ໂດຍທີ່ຄຸນຄ່າທາງອາຫານບໍ່ມີການປ່ຽນແປງ.
  ອີງຕາມຂໍ້ມູນຈາກສູນຄວບຄຸມມາດຕະຖານການລ້ຽງສັດ ແລະການປະມົງໃຫ້ຮູ້ວ່າ: ເພື່ອເຮັດໃຫ້ຫຍ້າໝັກມີຄຸນນະພາບ ແລະສໍາເລັດຜົນໄວຂຶ້ນຈຶ່ງນິຍົມໃຊ້ສານເສີມໃນການເຮັດພືດໝັກເຊັ່ນ: ກາກນໍ້າຕານ, ມັນບົດ ແລະແບັກທີເຣຍ, ກົດແລກຕິກ ໂດຍຕື່ມໃສ່ ໃນເວລາເຮັດຫຍ້າໝັກຈະເຮັດໃຫ້ຂະບວນການໝັກເກີດຂຶ້ນໄວ ແລະມີຄຸນນະພາບດີ, ສ່ວນວິທີເຮັດສານເສີມນໍ້າຫຍ້າໝັກກ່ອນທີ່ຈະເຮັດຫຍ້າໝັກ 2 ມື້ ໃຫ້ນຳຫຍ້າພືດອາຫານສັດທີ່ຕ້ອງການໝັກມາຕັດໃຫ້ໄດ້ຄວາມຍາວ 1-2 ຊັງຕີແມັດນໍ້າໝັກປະມານ 200 ກຣາມ ແລ້ວນໍາໄປປັ່ນໃນເຄື່ອງບົດໝາກໄມ້ແລ້ວເຕີມນໍ້າສະອາດໃສ່ 1 ລິດ ປັ່ນໃຫ້ ລະອຽດຫຼັງຈາກນັ້ນມາຕອງພຽງເອົານໍ້າໂດຍໃຊ້ຜ້າຂາວບາງແລ້ວນໍາມາໃສ່ກະຕຸກນໍ້າຂະໜາດ 1 ລິດ ແລ້ວຕື່ມນໍ້າຕານ 20 ກຣາມ ຫຼືກາກນໍ້າຕານ 50 ກຣາມອັດຝາ ໃຫ້ແໜ້ນດີ ແລ້ວນໍາໄປເກັບໄວ້ໃນອຸນຫະພູມຫ້ອງ (25-32 ອົງສາ) ເປັນເວລາ 2 ມື້ ແລ້ວນໍາໄປໃສ່ໃນເວລາເຮັດຫຍ້າໝັກໃນອັດຕາສ່ວນ 1 ລິດຕໍ່ຫຍ້າ 100 ກິໂລກຣາມ.


  ສໍາລັບວິທີເຮັດຫຍ້າໝັກແມ່ນເລືອກພືດອາຫານສັດທີ່ເໝາະສົມໂດຍນຳຫຍ້າທີ່ມີອາຍຸປະມານ 45-50 ມື້ ຫຼັງການຕັດເທື່ອທີໜຶ່ງ, ສ່ວນຖົ່ວອາຫານສັດເມື່ອມີອາຍຸໄດ້ປະມານ 60 ມື້ ຫຼັງການຕັດເທື່ອທີໜຶ່ງຫຍ້າສົດທີ່ນໍາມາເຮັດຫຍ້າໝັກຄວນຕັດໃຫ້ມີຄວາມຍາວປະມານ 10-20 ຊັງຕີແມັດ, ຖ້າຫຍ້າມີຄວາມຊຸ່ມສູງແລ້ວໃຫ້ນຳມາຊະອອກແລ້ວປະໄວ້ປະມານ 1-2 ຊົ່ວໂມງ ເພື່ອໃຫ້ຄວາມຊຸ່ມຫຼຸດລົງນຳຫຍ້າມາອັດໃສ່ຖັງ ແລະໃຊ້ນໍ້າຫຍ້າໝັກກຽມໄວ້ມາໃສ່ຫຍ້າເວລາເຮັດຫຍ້າໝັກຫຼັງຈາກອັດຫຍ້າແໜ້ນດີແລ້ວໃຫ້ອັດຝາຖັງໃຫ້ແໜ້ນດີເພື່ອບໍ່ໃຫ້ອາກາດເຂົ້າໄປໄດ້.
  ຫຼັງຈາກນັ້ນເກັບຖັງຫຍ້າໝັກໄວ້ບ່ອນຮົ່ມປະມານ 21 ມື້ ຈຶ່ງສາມາດນໍາໄປໃຫ້ສັດກິນໄດ້ ຫຼື ສາມາດເກັບໄວ້ໄດ້ເປັນເວລາຫຼາຍເດືອນ, ກໍລະນີຫາກບໍ່ມີຖັງສາມາດນໍາໃຊ້ຖົງຢາງດຳໃຫຍ່ທົດແທນ,ຫຍ້າໝັກທີ່ມີຄຸນນະພາບດີຄວນມີລັກສະນະເປັນກົດດ່າງ, ມີກົດແລກຕິດສູງ, ມີສີເຫຼືອງອົມຂຽວ, ຫຍ້າໝັກຕ້ອງບໍ່ມີເຊື້ອລາ ຫຼືບູດເນົ່າ, ຫຍ້າໝັກຈະບໍ່ຈັບກັນເປັນກ້ອນ, ສ່ວນໃບ ແລະລຳຕົ້ນຍັງຢູ່ສະພາບເດີມ,ໃຫ້ສັດກິນບໍ່ເກີນ 50 ເປີເຊັນ ຂອງປະລິມານທີ່ສັດກິນທັງໝົດ.