ທ່ຽວຊົມ ຕາດຫ້ວຍດຳ

  ຫຼວງນໍ້າທາ ເປັນແຂວງ ທີ່ມີທຳມະຊາດອັນສວຍສົດງົດງາມ ແລະອຸດົມສົມບູນອາກາດມີຄວາມອົບອຸ່ນ ແລະເຢັນສະບາຍ ຊຶ່ງເໝາະສໍາລັບທ່ອງທ່ຽວໃນ ແຂວງນີ້ເຕັມໄປດ້ວຍຄວາມຄຶກຄື້ນໂດຍສະເພາະແມ່ນການເດີນທາງໄປເຂດທຳມະຊາດນໍ້າຕົກຕາດຫ້ວຍດຳ, ນັກທ່ອງທ່ຽວຈະໄດ້ຍ່າງຜ່ານບ້ານຂອງປະຊາຊົນທັງໄດ້ເຫັນທຳມະຊາດອັນສວຍງາມ, ສຳຜັດກັບວັດທະນະທຳອັນດີງາມຂອງປະຊາຊົນບໍລິເວນນີ້, ທ່ານສາມາດເຊົ່າລົດຖີບຂີ່ໄປຕາມຮ່ອມນ້ອຍໆທີ່ລ້ຽວເຂົ້າຈາກເສັ້ນທາງຫຼວງສຳຜັດຄວາມສົດຊື່ນຂອງອາກາດຮູ້ສຶກເຢັນສະບາຍສະຫງົບໃຈ, ເຫັນເຮືອນຮ້ານຕັ້ງກະແຈກກະຈາຍຕາມເນີນນ້ອຍໃຫຍ່ຕ່າງໆຢ່າງສວຍງາມ.

  ນໍ້າຕົກຕາດຫ້ວຍດຳ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສວຍງາມຕັ້ງຢູ່ບ້ານຫ້ວຍດຳໃນປ່າສະຫງວນຂອງບ້ານບົນເສັ້ນທາງແລວເສດຖະກິດເໜືອ-ໃຕ້ຫ່າງຈາກເທດສະບານແຂວງປະມານ 25 ກິໂລແມັດ, ເສັ້ນທາງ ຫຼວງນໍ້າທາ-ນາເຕີຍ ອອກຈາກເສັ້ນທາງໃຫຍ່ຍ່າງໄປປະມານ 5 ກິໂລແມັດ.

  ນໍ້າຕົກຕາດຫ້ວຍດຳເປັນຕາດທຳມະຊາດທີ່ມີນໍ້າໄຫຼຕະຫຼອດປີມີຄວາມສູງປະມານ 100 ກວ່າແມັດ ຊຶ່ງຕາດແຫ່ງນີ້ມີຄວາມສວຍງາມຫຼາຍເພາະເປັນຕາດທີ່ເປັນຊັ້ນໆປານມີຄົນມາປັ້ນແຕ່ງນອກຈາກນີ້ອ້ອມຮອບຕາດຍັງມີປ່າໄມ້ທີ່ຕຶບໜາອັນໄດ້ເຮັດໃຫ້ອາກາດເຂດນັ້ນເຢັນສະບາຍປອດໂປ່ງສ້າງຄວາມປະທັບໃຈໃຫ້ກັບນັກທ້ອງທ່ຽວເມື່ອໄດ້ມາສຳພັດ.

----

ໂດຍ: ວົງມະນີ