108MP ມັນນ້ອຍໂພດລືຊຳຊຸງກຳລັງພັດທະນາເຊນເຊີ ຄວາມລະອຽດ 600MP ແລ້ວ

  ຫຼ້າສຸດມີການລາຍງານຈາກສື່ນອກວ່າມີນັກເຜີຍຂໍ້ມູນມາຈາກພາຍໃນຢືນຢັນວ່າ Samsung ກຳລັງພັດທະນາເຊນເຊີກ້ອງຖ່າຍພາບຄວາມລະອຽດ 600MP ແລ້ວແຖມຍັງມີເອກະສານຢືນຢັນເຖິງຂໍ້ມູນ ແລະລາຍລະອຽດຂອງການພັດທະນາອີກດ້ວຍ.
  ຈາກສະເປກ ທີ່ເຮົາພໍຈະຊາບໃນເອກະສານເຊນເຊີ ISOCELL ຕົວນີ້ຈະມາພ້ອມກັບຄວາມລະອຽດ 600MP ມີຂະໜາດພິກເຊລ 0.8um (ອາດຈະ)ຮອງຮັບການຖ່າຍພາບເຄື່ອນໄຫວຄວາມລະອຽດ 8K ແລະ 4K ຊຶ່ງກໍເບິ່ງຄືວ່າ Samsung ຢາກໄດ້ເຊນເຊີທີ່ໃຫຍ່ຂຶ້ນຈະໄດ້ນຳໄປຊູມພາບໄດ້ຫຼາຍໆ ໂດຍທີ່ຍັງຮັກສາລາຍລະອຽດຂອງພາບເອົາໄວ້ໄດ້ ແລະເບິ່ງຄືການຖ່າຍພາບ 8K ກຳລັງຈະຖືກດັນໃຫ້ເປັນເມນສຕຣີມຫຼາຍຂຶ້ນ.
  ຢ່າງໃດກໍຕາມເຮົາຍັງບໍ່ທັນໄດ້ເຫັນເຊນເຊີຄວາມລະອຽດ 600 MP ໃນຕອນນີ້ແນ່ນອນເພາະ Sam sung ຈະຕ້ອງຫາທາງຈັດການກັບຂະໜາດຂອງໂມດູລກ້ອງທີ່ໃຫຍ່ໆກ່ອນເຊນເຊີທີ່ໃຫຍ່ຂະໜາດ 1/0.57” ຈະຕ້ອງກິນເນື້ອທີ່ຂອງດ້ານຫຼັງເຄື່ອງປະມານ 12 % ເລີຍ.