ເລື່ອນຈັດງານປະກາດລາງວັນ ແກຣມມີ ອາວອດ

   ງານປະກາດລາງວັນທາງດົນຕີເວທີໃຫຍ່ຂອງໂລກຄືແກຣມມີອາວອດເລື່ອນການຈັດງານໄປເປັນວັນທີ 14 ມີນາ ເນື່ອງຈາກການເຝົ້າລະວັງການແຜ່ລະບາດຂອງເຊື້ອໂຄວິດ 19 ໂດຍຕົວແທນການຈັດງານໄດ້ຢືນຢັນແລ້ວ.
  ທີມຜູ້ຈັດງານອອກຖະແຫຼງການວ່າ ຫຼັງຈາກປຶກສາຫາລືກັບຜູ້ຊ່ຽວຊານດ້ານສຸຂະພາບແລ້ວເຮົາຕັດສິນໃຈເລື່ອນງານການປະກາດລາງວັນ ແກຣມມີ ຄັ້ງທີ 63 ໄປເປັນອອກອາກາດໃນວັນທີ 14 ມີນາ ປີ 2021 ເພາະສະຖານະການໂຄວິດໃນລອດແອງເຈລິສ ຍັງຮຸນ ແຮງໂຮງໝໍເຕັມໄປດ້ວຍຄົນເຈັບຫ້ອງໄອຊີຢູ ໃກ້ເຖິງຂີດຈຳກັດຊຶ່ງການເລື່ອນຈັດງານອອກໄປນັ້ນຖືກຕ້ອງແລ້ວບໍ່ມີຫຍັງສຳຄັນໄປກວ່າສຸຂະພາບ ແລະຄວາມປອດໄພຂອງຄົນເຮັດວຽກໃນອຸດສາຫະກຳດົນຕີ, ກ່ອນໜ້ານີ້ແກຣມມີອາວອດນັ້ນຈະຈັດຂຶ້ນໃນວັນທີ 31 ມັງກອນ ໂດຍໄດ້ພິທີກອນ-ນັກສະແດງອາລົມດີ ເທເວີ ໂນອາມາຮັບໜ້າທີ່ເປັນພິທີກອນ.

----

ໜັງສືພິມ ເສດຖະກິດ-ສັງຄົມ