ໄຊຍະບູລີ ສະຫຼຸບວຽກງານການຕ່າງປະເທດ

  ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປະຈໍາປີ 2020 ແລະທິດທາງແຜນການປີ 2021 ໄດ້ຈັດຂຶ້ນໃນວັນທີ 7 ມັງກອນ 2021 ທີ່ຫ້ອງປະຊຸມພະແນກການຕ່າງປະເທດແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ລືໄຊ ພະດວງເດດ ຫົວໜ້າພະແນກການຕ່າງປະເທດແຂວງ, ມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຄະນະພະແນກ, ແຂກຖືກເຊີນພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານລັດຖະກອນພາຍໃນພະແນກການຕ່າງປະເທດເຂົ້າຮ່ວມ.

 ທ່ານ ລືໄຊ ພະດວງເດດ ຫົວໜ້າພະແນກການຕ່າງປະເທດ ແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມຈາກນັ້ນທ່ານ ເມກ ເກດຕາໄຊ ຮອງຫົວໜ້າພະແນກການຕ່າງປະເທດແຂວງໄດ້ຜ່ານສະຫຼຸບການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາຊຶ່ງພະແນກການຕ່າງປະເທດແມ່ນມີພາລະບົດບາດເປັນເສນາທິການດ້ານວຽກງານການຕ່າງປະເທດໃຫ້ແກ່ອົງການປົກຄອງແຂວງ, ເປັນໃຈກາງປະສານງານການ ຕ່າງປະເທດພາຍໃນແຂວງ ແລະ ກັບບັນດາປະເທດເພື່ອນມິດທີ່ມີການພົວພັນກັບແຂວງໄຊຍະບູລີໂດຍການຢຶດຖືເອົາແນວທາງການຕ່າງປະເທດຂອງພັກສັນຕິພາບເອກະລາດມິດຕະພາບແລະການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍປະກອບສ່ວນເປັນໃຈກາງປະສານກັບບັນດາແຂວງ,ແຮກສ່ຽວຢູ່ພາກເໜືອຂອງ ສສ ຫວຽດນາມ,ພົວພັນກັບ ສປ ຈີນເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນພ້ອມນີ້ກໍ່ພວມຈັດຕັ້ງປະຕິບັດຄໍາຂວັນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 14 “ການທູດປ້ອງ ກັນເຫດ ແລະບຸກທະລຸໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ” ເຮັດໃຫ້ຊາຍແດນເບື້ອງຕາເວັນຕົກຂອງແຂວງມີຄວາມສະຫງົບໂດຍພື້ນຖານ.

 ຄຽງຄູ່ກັນນີ້ຍັງໄດ້ຕິດຕາມ ແລະຊຸກຍູ້ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານທີ່ໄດ້ຮັບອະນຸຍາດມາເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ມີ 4 ອົງການ ຄື: ອົງການໂລກອວຍພອນ ສ.ເກົາ ຫຼີ, ອົງການ KOICA, ອົງການບໍລິການປະຊາຊົນ PSI, ອົງການ AARJAPAN. ມີ 19 ກິດຈະກໍາມີມູນຄ່າທັງໝົດ 2 ລ້ານ 3 ແສນກວ່າໂດລາ,ໄດ້ຮ່ວມກັບສູນຮັບຄໍາຮ້ອງຂໍເຮັດໜັງສືຜ່ານແດນ, ອອກໜັງສືຜ່ານແດນໃຫ້ປະຊາຊົນຢູ່ບັນດາແຂວງພາກເໜືອໄດ້ຈໍານວນ 2.497 ຫົວ, ປະສານຫາພາກສ່ວນກ່ຽວຂ້ອງອະນຸຍາດໃຫ້ພະນັກງານບໍລິສັດຊໍການຊ່າງເຂົ້າມາເຮັດວຽກຢູ່ເຂື່ອນໄຟຟ້ານໍ້າຂອງຫຼວງພະບາງ 50 ຄົນ, ໄປຮັບຊາວຈີນ 30 ຄົນ ຂອງບໍລິສັດກ້າວໜ້າລາວເພື່ອມາສືບຕໍ່ຂາຍ ເຄື່ອງຢູ່ສູນການຄ້າຕະຫຼາດຈີນຄົບວົງຈອນ, ໄດ້ສະເໜີກົມກົງສູນກະຊວງການຕ່າງປະເທດອອກໜັງສືຜ່ານແດນທາງລັດຖະການໃຫ້ພະນັກງານແຂວງໄຊຍະບູລີໄປຢ້ຽມຢາມ ແລະເຮັດວຽກຢູ່ຕ່າງປະເທດ 2 ຄັ້ງ ມີ 8 ຫົວ, ກວດກາຜ່ານຄວາມຖືກຕ້ອງ ແລະ ອອກໜັງສືຢັ້ງຢືນການແຕ່ງດອງລະ ຫວ່າງຄົນລາວກັບຄົນຕ່າງປະເທດຈໍານວນ 13 ຄູ່, ຈີນ 4 ຄູ່, ໄທ 5 ຄູ່, ອາເມລິກາ 2 ຄູ່, ຫວຽດນາມ 1 ຄູ່, ອົດສະຕາລີ 1 ຄູ່, ໄດ້ຢັ້ງຢືນເອກະສານຂໍຢູ່ລາວຈໍານວນ 10 ຊຸດ, ໄດ້ຮັບທຶນການສຶກສາຈາກບັນດາແຂວງ ສສ ຫວຽດນາມ ໃນປີ 2020 ຈໍານວນ 58 ທຶນ.

----

ຂ່າວ: ບຸນທີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ