ມອບ-ຮັບໜ້າທີ່ຫົວໜ້າຫ້ອງການເມືອງກອງບັນຊາການທະຫານບໍ່ແກ້ວ

   ໃນວັນທີ 6 ມັງກອນ 2021  ນີ້, ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດພິທິມອບ-ຮັບໜ້າທີ່ລະຫວ່າງສະຫາຍ ພັນໂທ ທອງໄຂ ສີຍາລາດ ຫົວໜ້າຫ້ອງ ການເມືອງກອງບັນຊາການທະຫານແຂວງບໍ່ກອງ (ຜູ້ເກົ່າ) ແລະສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ (ຜູ້ໃໝ່) ເປັນກຽດເຂົ້າຮ່ວມຂອງສະຫາຍພັນເອກ ບຸນມີ ພາມີໄຊ ຮອງເລຂາຄະນະພັກກອງບັນຊາການຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາສະຫາຍຄະນະພັກກອງບັນຊາການ, ຄະນະຫ້ອງ, ພະແນກການພ້ອມດ້ວຍພະນັກງານ-ນັກຮົບທົ່ວຫ້ອງການເມືອງເຂົ້າຮ່ວມ.

 ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວກະຊວງປ້ອງກັນປະເທດຕົກລົງແຕ່ງ ຕັ້ງສະຫາຍ ພັນໂທ ຄຳສອນ ໄຊຍະວົງ ເປັນຮອງຫົວໜ້າການເມືອງທັງເປັນຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ (ຜູ້ໃໝ່) ປ່ຽນແທນສະ ຫາຍ ພັນໂທ ທອງໄຂ ສີຍາລາດ ຫົວໜ້າຫ້ອງການເມືອງ (ຜູ້ເກົ່າ) ທີ່ຖືກແຕ່ງຕັ້ງຂຶ້ນເປັນຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ຈາກນັ້ນ, ສະຫາຍ ພັນໂທ ທອງໄຂ ສີຍາລາດ ໄດ້ສະຫຼຸບຄືນການນໍາພາຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານມາຊຶ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດໃນການເປັນເສນາ ທິການດ້ານວຽກງານພັກ-ວຽກງານການເມືອງໃຫ້ແກ່ຄະນະ ພັກກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍສະເພາະແມ່ນວຽກງານການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂດຍ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຫຼັງຈາກນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.

  ໂອກາດນີ້ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ໂອ້ລົມ ແລະເນັ້ນໜັກໃຫ້ຫົວໜ້າຫ້ອງການເມືອງຜູ້ໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ການເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກ ການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມໃຫ້ບຸກຄົນຮັບຜິດຊອບ, ສຸມໃສ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ໃຫ້ໝົດໄປເທື່ອລະກ້າວເພື່ອເຮັດສຳເລັດໜ້າທີ່ການເມືອງຕາມທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ,ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກກອງບັນຊາການທາງດ້ານວຽກງານພັກ-ວຽກ ງານການເມືອງໃຫ້ມີຄວາມວ່ອງໄວ ແລະມີຜົນສຳເລັດສູງຕັ້ງໜ້າປັບປຸງກໍ່ສ້າງກຳລັງທາງດ້ານການຈັດຕັ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະຍາວນານ.

----------

ຂ່າວ: ສົມໄຊ ສີລາຈັນ