ກອງບັນຊາການທະຫານແຂວງອັດຕະປືປິດການແຂ່ງຂັນກີລາ

  ເມື່ອບໍ່ດົນມານີ້ກອງບັນຊາການທະຫານແຂວງອັດຕະປືໄດ້ປິດການແຂ່ງຂັນກີລາມວນຊົນ, ໂດຍເຂົ້າຮ່ວມປິດ ແລະມອບຂັນລາງວັນຂອງ ທ່ານ ພັອ ບຸນຈັນ ສີຫາວົງ ຮອງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານ ແຂວງອັດຕະປື, ມີຄະນະພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກົມກອງ, ກຳມະການພ້ອມດ້ວຍນັກກີລາເຂົ້າຮ່ວມ.

 ທ່ານ ພັທ ພູວັງ ນວນຄໍາພູ ຫົວໜ້າພະແນກອົບຮົມໄດ້ຜ່ານບົດສະຫຼຸບຜົນສຳເລັດການຈັດການແຂ່ງຂັນກີລາມວນຊົນຄັ້ງນີ້ວ່າ: ແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຄວາມໝາຍຄວາມສຳຄັນມີບັນຍາກາດຟົດຟື້ນ, ສ້າງຄວາມສາມັກຄີລະຫວ່າງກົມກອງຕ່າງໆທັງເປັນການຝຶກຝົນຮ່າງກາຍໃຫ້ມີສຸຂະພາບແຂງແຮງຕະຫຼອດໄລຍະການແຂ່ງຂັນຄະນະຊີ້ນຳ,ກຳມະການຕັດສິນຕະຫຼອດຮອດທີມນັກກີລາທີ່ມາຈາກແຕ່ ລະກົມກອງໄດ້ພ້ອມກັນຈັດຕັ້ງປະຕິບັດລະບຽບກະຕິກາແຂ່ງຂັນດ້ວຍຜົນສຳເລັດອັນສະຫງ່າງາມຍັງຮັກສາໄດ້ຄວາມສາມັກຄີ,ຮັກສາໄດ້ມູນເຊື້ອຂອງກົມກອງສ່ວນຫຼາຍແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງປະຕິບັດມະຕິຄຳສັ່ງຂອງຄະນະຮັບຜິດຊອບຢ່າງເຂັ້ມງວດຕະຫຼອດໄລຍະການແຂ່ງຂັນເປັນເວລາ 26 ວັນ, ກົມກອງທີ່ສົ່ງນັກກີລາເຂົ້າ ຮ່ວມທັງໝົດ 19 ກົມກອງ, ປະເພດກີລາຈັດເຂົ້າແຂ່ງຂັນລວມ ມີ 2 ປະເພດຄື: ເຕະບານຊາຍຮຸ່ນທົ່ວໄປ, ບານສົ່ງຊາຍຮຸ່ນທົ່ວໄປ ລວມມີ 10 ທີມ, ແບ່ງອອກເປັນ 2 ສາຍ, ບານສົ່ງ ລວມມີ 14 ທີມ ແບ່ງອອກເປັນ 4 ສາຍ.

  ຜົນຂອງການແຂ່ງຂັນທີ 1 ກີ ລາເຕະບານ ແລະບານສົ່ງໄດ້ແກ່ໂຮງຮຽນການທະຫານທ້ອງຖິ່ນ, ທີ 2 ເຕະບານໄດ້ແກ່ກອງຮ້ອຍທະຫານຊາຍແດນ 541, ບານສົ່ງໄດ້ແກ່ຫ້ອງເຕັກນິກ, ທີ 3 ເຕະບານໄດ້ແກ່ກອງພັນທະຫານຮາບ 19 ແລະບານສົ່ງໄດ້ແກ່ກອງຮ້ອຍ 570.

  ທ່ານ ພັອ ບຸນຈັນ ສີຫາວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູຝຶກ ແລະນັກກີລາທີ່ໄດ້ຈັດຂະບວນການແຂ່ງຂັນສຳເລັດຕາມຄາດໝາຍ ແລະຕ້ອງໄດ້ເອົາໃຈໃສ່ຝຶກຝົນຮ່າງກາຍ, ຝຶກຝົນຕົນເອງໃຫ້ມີຄວາມຊຳນິຊຳນານ, ມີໄຫວພິບຄ່ອງແຄ້ວ, ມີປັນຍາແຫຼມຄົມ, ມີຄວາມອົດທົນໜຽວແໜ້ນ,ມີພອນສະຫວັນພອນສະແຫວງຂອງຕົນເຂົ້າໃນຖັນແຖວກຳລັງປະກອບອາວຸດເພື່ອໃຫ້ຕິດພັນກັບການດຳເນີນຊີວິດປະຈຳວັນຂອງກົມກອງຕິດພັນກັບ 7 ລະບອບ 18 ວຽກຂອງກອງທັບສ້າງໃຫ້ພະນັກ ງານ-ນັກຮົບຫ່າງໄກຈາກສິ່ງເສບຕິດ, ສິ່ງມຶນເມົາ, ຫ່າງໄກຈາກໄພສັງຄົມຕ່າງໆເວົ້າສະເພາະຝຶກຝົນຫຼໍ່ຫຼອມເພື່ອສຸຂະພາບທາງກາຍ ແລະຈິດໃຈ,ເພື່ອສ້າງຄວາມສະໝານສາມັກຄີລະຫວ່າງກົມກອງ ແລະອຳນາດການປົກຄອງທ້ອງຖິ່ນ.