ໄຊສົມບູນ ສະຫຼຸບວຽກແກ້ໄຂຄວາມທຸກຍາກ

  ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນໄດ້ມີກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກປະຈຳປີ 2020 ແລະທິດທາງແຜນການປະຈຳປີ 2021 ຂອງຄະນະສະເພາະກິດສົ່ງເສີມການຜະລິດ ແລະຊົມໃຊ້ຜະລິດຕະພັນພາຍໃນຄຸ້ມຄອງການນໍາເຂົ້າ ແລະແກ້ໄຂຄວາມທຸກຍາກຢູ່ ແຂວງໄຊສົມບູນໂດຍການເປັນປະທານຂອງ ທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ ແລະຊົມໃຊ້ຜະລິດຕະພັນພາຍໃນຄຸ້ມຄອງການນໍາເຂົ້າ ແລະແກ້ໄຂຄວາມທຸກຍາກຂັ້ນແຂວງ, ມີຄະນະນຳແຂວງ, ການນຳທັງ 5 ເມືອງ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກປະຈຳ ປີ 2020 ຢ່າງພາວະວິໄສທັງນີ້ກໍເພື່ອຊອກໃຫ້ເຫັນຈຸດດີຈຸດອ່ອນ ແລະບັນຫາຂໍ້ຄົງຄ້າງຕ່າງໆເພື່ອກຳນົດທິດທາງລວມໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກປະຈຳປີ 2021 ໃຫ້ລະອຽດຈະແຈ້ງ ແລະຮັດກຸມຂຶ້ນກວ່າເກົ່າ, ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ສຸມທຸກສະຕິປັນຍາເຂົ້າໃນການປະກອບຄຳຄິດ-ຄຳເຫັນດ້ວຍຄວາມຮັບຜິດຊອບສູງເພື່ອພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືໃຫ້ລະອຽດຖີ່ຖ້ວນເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ ໃນປີ 2021 ໃຫ້ມີປະສິດທິພາບດີຂຶ້ນເລື້ອຍໆ.

 ຂະນະດຽວກັນກອງປະຊຸມໄດ້ມີຄວາມເປັນເອກະພາບແຕ່ງຕັ້ງຄະນະສະເພາະກິດຂັ້ນເມືອງ ແລະຂັ້ນບ້ານຕື່ມອີກເພື່ອແບ່ງໜ້າທີ່ໃຫ້ແຕ່ລະຄະນະໄດ້ຮັບຜິດຊອບຢູ່ຂັ້ນຂອງຕົນຢ່າງລະອຽດຈະແຈ້ງພ້ອມທັງມີການປະສານສົມທົບກັບຄະນະແຕ່ລະຂັ້ນຢ່າງເປັນປົກກະຕິເພື່ອເຮັດໃຫ້ວຽກງານແກ້ໄຂຄວາມທຸກຍາກໄດ້ດຳເນີນໄປຢ່າງສອດ ຄ່ອງ ແລະຮັບປະກັນທາງດ້ານຄຸນນະພາບທີ່ແນ່ນອນ.

   ທັງໝົດນັ້ນກໍເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 1 ຂອງແຂວງແລະທິດທາງແຜນການວຽກງານຈຸດສຸມທີ່ໄດ້ກຳນົດໃນບົດລາຍງານການເມືອງ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນທັງເປັນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຂັ້ນສູນກາງໂດຍຕິດພັນກັບດຳລັດ 414 ໃຫ້ປາກົດຜົນເປັນຈິງ.

  ເພື່ອສົ່ງເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າຊາວ ແຂວງໄຊສົມບູນ ໃຫ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂຄວາມທຸກຍາກ ແລະປັບປຸງຊີວິດ ການເປັນຢູ່ຂອງເຂົາເຈົ້າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.