ສສຊ ແລະສສຂ ເຊື່ອມຊຶມຜົນກອງປະຊຸມສະພາຢູ່ເມືອງກາສີ

  ໃນວັນທີ 6 ມັງກອນ 2021, ເມືອງກາສີ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງ ຊາດຊຸດທີ VIII ແລະຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນຊຸດທີ I ຂຶ້ນໂດຍເປັນປະທານຮ່ວມໂດຍ ທ່ານ ຄໍາອ້ວນ ສຸວັນທອງ ຮອງເຈົ້າເມືອງກາສີ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ສະມາຊິກສະພາປະຊາຊົນແຂວງວຽງຈັນປະຈຳເມືອງກາສີ, ມີຄະນະປະຈໍາ-ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ-ພະນັກງານລັດຖະກອນເຂົ້າຮ່ວມ.

  ທ່ານ ພັອ ຄໍາເຄນ ອຸດຕະມາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ໃຫ້ກຽດເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າກອງປະຊຸມດັ່ງກ່າວແມ່ນໄດ້ໄຂຂຶ້ນໃນວັນທີ 27-17 ພະຈິກ 2020 ໂດຍໄດ້ຮັບຮອງເອົາບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021, ຮັບຮອງເອົາບົດ ລາຍງານຂອງລັດຖະບານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2020 ແລະແຜນການປະຈໍາປີ 2021, ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກລັດຖະບານຈໍານວນ 2 ທ່ານຕາມການສະເໜີຂອງທ່ານນາຍົກລັດຖະມົນຕີຄື: ແຕ່ງຕັ້ງທ່ານ ຄໍາເຈນ ວົງໂພສີ ເປັນລັດຖະ ມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະແຕ່ງຕັ້ງທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີກະຊວງພາຍໃນ, ຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2019 ແລະບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2018, ສົກປີ 2013-2014 ແລະ2015-2016.

   ນອກຈາກນີ້ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາກົດໝາຍສ້າງໃໝ່ 4 ສະບັບ ແລະປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍ ຊາວໜຸ່ມລາວ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະກົດໝາຍວ່າດ້ວຍການກວດສອບແຫ່ງລັດຊຶ່ງໄດ້ປັບ ປຸງບາງມາດຕາ,  ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ 2016-2020 ແລະປີ 2020 ຂອງສະພາແຫ່ງຊາດຊຸດທີ VIII, ຮັບຮອງເອົາບັນຫາສໍາຄັ້ນພື້ນຖານຂອງຊາດຊຶ່ງກວມເອົາວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການອໍານາດລັດແຜນພັດທະນາເສດ ຖະກິດ-ສັງຄົມແຜນງົບປະມານຂອງລັດແຜນເງິນຕາ,ແຜນການເຄື່ອນໄຫວຂອງບັນດາອົງການຍຸຕິທໍາການຕ່າງປະເທດ ແລະອື່ນໆຮັບຮອງເອົາແຜນການເຄື່ອນ ໄຫວຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ຂອງສະພາແຫ່ງ ຊາດຊຸດທີ IX.

   ຕໍ່ມາສະມາຊິກສະພາປະຊາຊົນແຂວງວຽງຈັນປະຈຳເມືອງກາສີກໍ່ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງ ຈັນ ຊຸດທີ I ວ່າ: ກອງປະຊຸມດັ່ງ ກ່າວໄດ້ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດຂອງແຂວງປະຈໍາປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2021, ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການຊີ້ນໍາໆພາຂອງອົງການປົກຄອງແຂວງທີ່ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2020 ໃນທ່າມກາງສະພາບແວດລ້ອມ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງຊັບສົນ, ຫຍຸ້ງຍາກ ແລະຄາດຄະເນໄດ້ຍາກເນື່ອງຈາກການແຜ່ລະ ບາດຂອງພະຍາດໂຄວິດ-19, ກອງປະຊຸມໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດໃນໜຶ່ງປີຜ່ານມາຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງຍາດມາໄດ້, ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນໃສ່ບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ແລະທິດທາງແຜນການເຄື່ອນໄຫວຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງຊຸດທີ I ນອກຈາກນີ້ຍັງໄດ້ຮັບຟັງ ແລະປະກອບຄໍາເຫັນເບື້ອງຕົ້ນໃສ່ຮ່າງແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຊຸດທີ II 5 ປີ 2021-2025 ແລະ1 ປີ 2021, ພິເສດກອງປະຊຸມຄັ້ງນີ້ໄດ້ຈັດພິທີມອບຫຼຽນກາລະນຶກສະມາຊິກສະພາແຫ່ງຊາດໃຫ້ແກ່ບັນດາສະມາຊິກທີ່ເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນແຕ່ລະຊຸດເພື່ອເປັນການຈາລຶກບຸນຄຸນທີ່ບັນດາທ່ານໄດ້ປະກອບສ່ວນໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.

-------------

ຂ່າວດາລັກ ເກດຕະວົງ