ປູກຝັງ-ລ້ຽງສັດ ເປັນອາຊີບເສີມ ສ້າງລາຍຮັບເຂົ້າຄອບຄົວ

  ອາຊີບປູກຝັງ-ລ້ຽງສັດສໍາ ລັບບຸກຄົນທີ່ມັກຮັກ ແລະມີຄວາມອົດທົນເທົ່ານັ້ນຈິ່ງຈະສໍາເລັດໄດ້ດັ່ງຄອບຄົວຂອງ ທ່ານ ນາງ ທອງສວຍ ອິນທະເສນ ອາຍຸ 35 ປີ ບ້ານນູນສະຫວາດນະຄອນ-ຫຼວງພະບາງ ເປັນອີກຄອບຄົວໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການປູກຝັງລ້ຽງສັດທຳມາຫາກິນເພື່ອລ້ຽງຊີບເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

  ທ່ານ ນາງ ທອງສວຍ ອິນທະເສນ ໃຫ້ຮູ້ວ່າ: ພາຍການຊີ້ນຳໆ ພາຂອງພັກ-ລັດບວກກັບຄວາມດຸໝັ່ນ ແລະຄວາມຂະຫຍັນພຽນຂອງຄອບຄົວໃນການເຮັດອາຊີບເສີມ ແລະຄວາມຕັດສິນໃຈສູງໂດຍຫັນເອົາເວລາວ່າງ ແລະຫຼັງເລິກການມາປູກຜັກປອດສານຜິດໃສ່ພື້ນທີ່ດິນເປົ່າວ່າງຂອງຄອບຄົວທີ່ມີ ແລະລ້ຽງສັດເສີມຕາມຄວາມສາມາດ

ເພື່ອສ້າງລາຍຮັບ ແລະເຮັດໃຫ້ເສດຖະກິດຄອບຄົວມີທ່າອ່ຽງດີຂຶ້ນເທື່ອລະກ້າວ, ສໍາລັບຄອບຄົວແມ່ນມີແຮງງານຫຼັກ 2 ຄົນ ຊຶ່ງເປັນພະນັກງານລັດຈຸດເລີ່ມຕົ້ນຍ້ອນເຫັນໄດ້ຕໍ່ແນວທາງຫັນປ່ຽນໃໝ່ຂອງພັກຈະອາໄສແຕ່ເງິນເດືອນກໍ່ບໍ່ສາມາດລ້ຽງຄອບຄົວໄດ້ເທົ່າທີ່ຄວນຈຶ່ງໄດ້ຕັດສິນໃຈຫັນເອົາອາຊີບເສີມທີ່ຕົນເອງມັກຄືການປູກຝັງ-ລ້ຽງສັດຊຶ່ງໄດ້ເລີ່ມຕົ້ນມາແຕ່ປີ 2016 ໂດຍທົດລອງປູກຜັກປອດສານຜິດ ແລະ ຊື້ເປັດນ້ອຍມາລ້ຽງໂດຍລອງຜິດລອງຖືກແຕ່ບໍ່ໄດ້ຮັບຜົນໃນເບື້ອງຕົ້ນຈຶ່ງຢຸດເຊົາຊົ່ວ ຄາວ, ຈາກນັ້ນຈຶ່ງໄດ້ໄປປຶກສາຫາລືນຳຜູ້ມີປະສົບການ ແລະ ຮຽນຮູ້ນຳລະບົບທີ່ທັນສະໄໝ ແລະ ຍ້ອນຄວາມມັກຮັກຈຶ່ງລອງລ້ຽງອີກຄັ້ງໃໝ່ໃນຄັ້ງນີ້ແມ່ນໄດ້ຊື້ເປັດມາລ້ຽງຈຳນວນ 100 ໂຕ ແລະໄກ່ 100 ໂຕ.

  ຜ່ານການລ້ຽງ ແລະນໍາອອກຂາຍເຫັນວ່າມີຜົນຕອບຮັບເປັນຢ່າງດີ ແລະຕະຫຼາດກໍ່ມີຄວາມຕ້ອງການສູງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍກວ່າ 15 ລ້ານກີບຕໍ່ປີຖ້າບວກກັບເງິນເດືອນແລ້ວໄດ້ປະມານ 60 ລ້ານກີບຕໍ່ປີ, ເຫັນວ່າກຸ້ມກິນ ແລະສາມາດລຸດພົ້ນອອກຈາກຄວາມທຸກຍາກໄດ້ຈຶ່ງໄດ້ຕັດສິນໃຈລ້ຽງມາເຖິງປະຈຸບັນ.

  ສຳລັບແຜນການຕໍ່ໜ້າແມ່ນຈະສືບຮັກສາມູນເຊື້ອ ແລະວາງແຜນການປູກ ແລະລ້ຽງສັດໃຫ້ຫຼາຍກວ່າເກົ່າເພື່ອຕອບສະໜອງໃຫ້ທ້ອງຕະຫຼາດກໍຄືຂາຍໃຫ້ປະຊາຊົນອ້ອມຂ້າງທີ່ມີຄວາມຕ້ອງການໂດຍຈະນຳໃຊ້ເວລາວ່າງ, ຫຼັງເລິກການ ແລະວັນພັກໃຫ້ເປັນປະໂຫຍດເພື່ອສ້າງທຸກເງື່ອນໄຂໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະກາຍເປັນຕົວແບບໃນອະນາຄົດ, ທ່ານ ນາງ ທອງສວຍ ກ່າວຍໍ້າ.

____________

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ