ຫົວພັນ-ຊຽງຂວາງ ແລກປ່ຽນບົດຮຽນວຽກງານ ຖວທ

  ວັນທີ 7 ມັງກອນ 2021 ຢູ່ຫໍວັດທະນະທໍາແຂວງຫົວພັນ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງພະແນກ ຖວທ ແຂວງຫົວພັນ ກັບພະແນກ ຖວທ ແຂວງຊຽງຂວາງ, ແຂວງຫົວພັນ ນຳໂດຍ ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກພ້ອມດ້ວຍຄະນະ, ສ່ວນແຂວງຊຽງຂວາງນຳໂດຍ ທ່ານ ວົງສາ ດວງທອງລາ ຫົວໜ້າພະແນກພ້ອມດ້ວຍຄະນະ.
  ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານ ແລະແລກປ່ຽນຄໍາຄິດຄຳເຫັນກ່ຽວກັບປະສົບການ, ວິທີການໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະລະບຽບການ, ໃນການຄຸ້ມຄອງປົກປັກຮັກສາພື້ນຖານໂຄງລ່າງດ້ານຖະແຫຼງຂ່າວ, ການປະຕິບັດນະໂຍບາຍຕໍ່ພະນັກງານວິຊາການຂ່າວ-ເຕັກນິກທີ່ເຮັດວຽກນອກໂມງ, ການຈັດຕັ້ງປະຕິບັດກອງທຶນການທ່ອງທ່ຽວ, ນະໂຍບາຍການດຶງດູດການລົງທຶນພັດທະນາສະຖານທີ່ທ່ອງທ່ຽວ, ການກຳນົດຂອບເຂດ-ຄຸ້ມຄອງເຂດສະຫງວນແຫຼ່ງທ່ອງທ່ຽວ, ການສ້າງບ້ານວັດທະນະທຳແບບຢ່າງຕິດພັນກັບການທ່ອງທ່ຽວ, ການກໍ່ສ້າງກົມກອງ-ເມືອງວັດທະນະທຳ, ການຄຸ້ມຄອງປ້າຍ, ການບໍລິການ-ຄຸ້ມຄອງຫໍສະໝຸດ-ຫໍວັດທະນະທຳ ແລະວຽກງານອື່ນໆທີ່ກ່ຽວຂ້ອງ.


  ການພົບປະແລກປ່ຽນບົດຮຽນລະຫວ່າງສອງພະແນກ ຖວທ ຂອງສອງແຂວງຄັ້ງນີ້ຖືເປັນນິມິດໝາຍອັນໃໝ່ທີ່ທັງສອງຝ່າຍຈະໄດ້ນຳເອົາບັນດາບົດຮຽນດັ່ງກ່າວໄປຕໍ່ຍອດໃຊ້ເຂົ້າໃນຂົງເຂດ ຖວທ ພາຍໃນແຂວງຂອງຕົນໃຫ້ໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.

--------

ຂ່າວ: ໄອແກ້ວ