ຊາວເມືອງອາດສະພອນຈະໄດ້ໄຊ້ທາງປູຢາງ

  ເຊົ້າຂອງວັນທີ 7 ມັງກອນ ຜ່ານມານີ້, ຄະນະການນໍາຂອງເມືອງອາດສະພອນ ແຂວງສະຫວັນນະເຂດ ນໍາໂດຍທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງພ້ອມດ້ວຍຫ້ອງວ່າການປົກຄອງເມືອງ, ຫ້ອງການໂຍທາທິການ ແລະຂົນສົ່ງເມືອງ ແລະພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ທາງເລກ 9 ເທສະບານເມືອງອາດສະພັງທອງ ຫາເທສະບານເມືອງອາດສະພອນ.
  ສຳລັບການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ທາງເລກທີ 9 ເທສະບານເມືອງອາດສະພັງທອງຫາເທສະບານ ເມືອງອາດສະພອນ, ມີຄວາມຍາວທັງໝົດ 24 ກິໂລ ແມັດກວ່າ ໂດຍແມ່ນບໍລິສັດຄູນໄຊພັດທະນາ KXN ເປັນຜູ້ຮັບເໝົາການກໍ່ສ້າງຊຶ່ງໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 5 ມັງກອນ 2021 ນີ້ປະຈຸບັນ, ທາງບໍລິສັດໄດ້ລົງມືກໍ່ສ້າງຢູ່ໃນຂັ້ນຕອນລົງຫີນອັດແໜ້ນພື້ນທາງ (ເບດຣຄັອດ) ຈາກນັ້ນ, ຈະລົງປູກັນຊຶມ ແລະລົງຢາງຕາມລໍາດັບຊຶ່ງຄາດ ຄະເນວ່າຈະໃຫ້ສໍາເລັດພາຍໃນເດືອນເມສາ 2021 ນີ້ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງພັກຂອງຊາດກໍ່ຄືເປັນການຮັບຕ້ອນຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ແລະຕ້ອນຮັບວັນເລືອກຕັ້ງສະມາຊິກສະພາແຫ່ງ ຊຸດທີ IX ແລະສະມາຊິກສະພາປະຊາ ຊົນແຂວງ ຊຸດ II ກໍ່ຄືກອງປະຊຸມໃຫຍ່ຂອງກົມການເມືອງສູນກາງພັກຄັ້ງທີ XI ທີ່ຈະໄຂຂຶ້ນໃນມໍ່ໆນີ້.
 
ຂ່າວ: ສະຫວັນ
ຮູບພາບ: ໜັງສືພິມເສດຖະກິດ-ສັງຄົມ