ຖໍ້າຊ້າງ ສະຖານທີ່ທ່ອງທ່ຽວທຳມະຊາດ

  ຄໍາມ່ວນ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດອັນຫຼາກຫຼາຍ ແລະຂຶ້ນຊື່ລືນາມທາງດ້ານມູນເຊື້ອປະຫວັດສາດວັດທະນະທໍາອັນເກົ່າແກ່ທີ່ໜ້າສົນໃຈ, ພູມີ ປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະພູເຂົາ,ມີແຫຼ່ງນໍ້າທຳມະຊາດຫຼາຍສາຍ, ມີນໍ້າຕົກຕາດຫຼາຍແຫ່ງ, ພິເສດແມ່ນນໍ້າຫ້ວຍຊາຍໄຫຼຜ່ານ ແລະຫຼໍ່ລ້ຽງຊີວິດຂອງພີ່ນ້ອງຊາວຄໍາ ມ່ວນມາຕັ້ງແຕ່ດຶກດຳບັນ, ການດຳລົງຊີວິດຂອງປະຊາຊົນຍັງຮັກສາໄວ້ໄດ້ວິຖີຊີວິດ ແລະຮີດຄອງປະເພນີ, ວັດທະນະທໍາອັນດີງາມ ແລະໄດ້ກາຍເປັນສິ່ງທີ່ສ້າງຄວາມສົນໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຢາກໄປສຳຜັດ, ສຶກສາຄົ້ນຫາປະຫວັດສາດອັນຂຶ້ນຊື່ລືນາມດັ່ງກ່າວ.

  ຖໍ້າຊ້າງ ເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ງົດງາມ ແລະຈັບອົກຈັບໃຈພາຍໃນຖໍ້າຈະມີພະພຸດທະຮູບ, ມີຮູບປັ້ນອົງຄະລັກຕ່າງໆສິ່ງທັງໝົດເຫຼົ່ານັ້ນແມ່ນພູມປັນ ຍາ, ສັດທາຂອງຊາວພຸດໄດ້ພ້ອມກັນສ້າງ ແລະເອົາໄປປະດິດໄວ້ແຕ່ໃນສ່ວນທີ່ເປັນທຳມະຊາດນັ້ນພາຍໃນຖໍ້າກໍ່ມີຫີນທີ່ເປັນຮູບສັດຕ່າງໆ ຊຶ່ງແລ້ວແຕ່ຜູ້ທີ່ພົບເຫັນຈະໃຫ້ຈິນຕະນາການມີຫີບໃສ່ໃບລານທີ່ເຮັດດ້ວຍຫີນຢູ່ກໍ້າຊ້າຍຂອງຖໍ້າ (ສັງເກດເວລາເຮົາເຂົ້າປາກຖໍ້າ) ສ່ວນປະຫວັດຄວາມເປັນມາຂອງຖໍ້າແຫ່ງນີ້ກໍ່ຍັງມີຫຼາຍອັນທີ່ຍັງຈະຕ້ອງໄດ້ສືກສາເກັບກຳຂໍ້ມູນຕື່ມ,ແຕ່ທີ່ຈະແຈ້ງປາກຖໍ້າແຫ່ງນີ້ທະຫານອາສາສະໝັກຫວຽດນາມທີ່ມາປະຕິບັດໜ້າທີ່ຄຽງບ່າຄຽງໄຫຼ່ກັບທະຫານກອງທັບລາວອິດສະລະໄດ້ສະຫຼະຊີບເປັນຈຳນວນຫຼາຍຮ້ອຍຄົນໃນຊ່ວງຊຸມປີ 1960.

 ຖໍ້າຊ້າງ ຢູ່ໃນຖໍ້າມີຫີນປູນມີຮູບຮ່າງຄ້າຍຄືກັນກັບຮູບຊ້າງໃນໄລຍະບຸນປີໃໝ່ລາວມີຜູ້ຄົນນິຍົມໄປສົງນໍ້າບູຊາຫົວຊ້າງຕາມປະເພນີ, ຖໍ້າຊ້າງຕັ້ງຢູ່ບ້ານຖໍ້າເມືອງທ່າແຂກ, ຫ່າງຈາກຕົວເມືອງທ່າແຂກ ປະມານ 8 ກິໂລແມັດ, ໄປຕາມທາງເລກ 12.