ກະຊວງສາທາລະນະສຸກກຳປູເຈຍລາຍງານສະຖານະການລະບາດຂອງພະຍາດໂຄວິດ-19 ວ່າ: ພົບຜູ້ຕິດເຊື້ອໂຄວິດລາຍໃໝ່ 2 ຄົນ ໂດຍທັງ 2 ເປັນແຮງງານຍິງທີ່ເດີນທາງກັບມາຈາກປະເທດໄທ.
   ຕາມຂ່າວຕ່າງປະເທດລາຍງານວ່າດ້ານປະຫວັດການເດີນທາງຂອງຜູ້ຕິດເຊື້ອໃໝ່ 2 ຄົນນັ້ນເປັນແຮງງານຍິງທີ່ເດີນທາງກັບຈາກປະເທດໄທຄົນໜຶ່ງອາຍຸ 28 ປີ ແລະອີກຄົນ ອາຍຸ 24 ປີ ເດີນທາງມາຈາກໄທເຖິງກຳປູເຈຍໃນວັນທີ 31 ທັນວາຜ່ານມາ ແລະເມື່ອໄປຮອດບ້ານເກີດທີ່ແຂວງພະຕະບອງມີອາການໄຂ້ສູງ ແລະ ໄປຮັບການກວດພົບວ່າຕິດໂຄວິດ-19 ແລະເຈົ້າໜ້າທີ່ເລັ່ງຊອກຫາຜູ້ໃກ້ສິດສຳພັດກັບ 2 ຄົນດັ່ງກ່າວ. ຊຶ່ງເຮັດໃຫ້ຈຳນວນແຮງງານກຳປູເຈຍທີ່ກັບຈາກໄທ ແລະຕິດເຊື້ອໂຄວິດ-19 ຢູ່ ທີ່ 18 ຄົນຈົນເຖິງປະຈຸບັນ.
  ກະຊວງສາທາລະນະສຸກຂອງກຳປູເຈຍໃຫ້ຮູ້ວ່າ: ຫຼ້າສຸດພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມຢູ່ທີ່ 383 ຄົນ ແລະຍັງບໍ່ມີຜູ້ເສຍຊີວິດ.