ທົ່ວໂລກຕິດເຊື້ອໂຄວິດຫຼາຍກວ່າ 90 ລ້ານຄົນ

  ວັນທີ 10 ມັງກອນທີ່ຜ່ານມາຍອດຕິດເຊື້ອໂຄວິດ-19 ທົ່ວໂລກຢູ່ທີ່ 90 ລ້ານຄົນ ແລ້ວຂະນະທີ່ຍອດຜູ້ເສຍຊີວິດເກືອບ 2 ລ້ານຄົນ ໂດຍອາເມລິກາ, ອິນເດຍ, ບຣາຊິນພົບຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ.

  ຕາມຂ່າວຕ່າງປະເທດລາຍງານວ່າສະຖານະການການແຜ່ລະບາດຂອງເຊື້ອໂຄວິດ-19 ທົ່ວໂລກຍັງມີຜູ້ຕິດເຊື້ອ ແລະເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍຫຼ້າສຸດເວັບໄຊ “ Worldometer” ຊຶ່ງເປັນເວັບໄຊລາຍງານຂໍ້ມູນທີ່ມີການລວບລວມຈາກໜ່ວຍງານດ້ານສາທາລະນະສຸກທົ່ວໂລກລະບຸວ່າຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກຂະ ນະນີ້ຢູ່ທີ່ 90.054.768 ຄົນ ແລະຍອດຜູ້ເສຍຊີວິດຢູ່ທີ່ 1.933.575 ຄົນ, ອາເມລິກາມີຍອດຜູ້ຕິດເຊື້ອສູງສຸດໃນໂລກຢູ່ທີ່ 22.699.938 ຄົນ, ຮອງລົງມາຄື ອິນເດຍ 10.451.346 ຄົນ, ບຣາຊິນ 8.075.998 ຄົນ, ຣັດເຊຍ 3.379.103 ຄົນ, ອັງກິດ 3.017.409 ຄົນ, ຝຣັ່ງ 2.767.312 ຄົນ, ຕັວກກີ 2.317.118 ຄົນ, ອີຕາລີ 2.257.866 ຄົນ ແລະແອັດສະປາຍ 2.050.360 ຄົນ.

 ນອກຈາກນີ້ອາເມລິກາຍັງເປັນປະເທດທີ່ມີຈຳນວນຜູ້ເສຍຊີວິດສູງສຸດໃນໂລກຢູ່ທີ່ 381.480 ຄົນ ຮອງລົງມາແມ່ນບຣາຊິນ 202.657 ຄົນ, ອິນເດຍ 151.048 ຄົນ, ເມັກຊິກ 132.069 ຄົນ ແລະອັງກິດ 80.868 ຄົນ.

ສະໜັບສະໜູນໂດຍ: HONDA